ປະທານາທິບໍດີອາເມຣິກາລົງນາມກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້

2022-08-18 15:17:01 cri

      ວັນທີ 16 ສິງຫານີ້, ຢູ່ທຳນຽບຂາວຂອງອາເມຣິກາ, ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ລົງນາມກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້ ໂດຍມີເນື້ອໃນລະບຸວ່າ: ໃນ 10 ປີຂ້າງໜ້າ, ອາເມຣິກາຈະໃຊ້ງົບປະມານມູນຄ່າປະມານ 430 ຕື້ໂດລາສະຫະລັດເຂົ້າໃນຂົງເຂດດິນຟ້າອາກາດ, ພະລັງງານສະອາດ,ການຮັກສາສຸຂະພາບ,ການປິ່ນປົວແລະຂົງເຂດອື່ນໆ.

      ອີງຕາມກົດໝາຍສະບັບດັ່ງກ່າວ, ລັດຖະບານອາເມຣິກາຈະໃຊ້ງົບປະມານມູນຄ່າປະມານ 370 ຕື້ໂດລາສະຫະລັດເຂົ້າໃນຂົງເຂດດິນຟ້າອາກາດແລະພະລັງງານສະອາດ; ໃຊ້ງົບປະມານມູນຄ່າປະມານ 64 ຕື້ໂດລາສະຫະລັດເຂົ້າໃນຂົງເຂດການຮັກສາສຸຂະພາບແລະການປິ່ນປົວ,ເພື່ອຫຼຸດຜ່ອນລາຄາຢາທີ່ມີໃບສັ່ງແພດໃຫ້ຕ່ຳລົງແລະເພີ່ມທະວີການຮັບປະກັນດ້ານການປິ່ນປົວ.ກົດໝາຍສະບັບນີ້ຍັງມີເນື້ອໃນກ່ຽວກັບການເກັບພາສີຕ່ຳສຸດ 15% ຕໍ່ວິສາຫະກິດໃຫຍ່ບາງແຫ່ງແລະເນື້ອໃນອື່ນໆ,ແນໃສ່ສຸມກຳລັງເຂົ້າໃນການເກັບລາຍຮັບດ້ານການເງິນທີ່ມີມູນຄ່າເຖິງ 740 ຕື້ໂດລາສະຫະລັດໃນ 10 ປີຂ້າງໜ້າ.

      ພັກດີໂມແຄຼດຂອງອາເມຣິກາໄດ້ອ້າງຂໍ້ມູນການວິເຄາະຈາກຫ້ອງການງົບປະມານແລະພາສີອາກອນຂອງລັດຖະສະພາອາເມຣິກາມາແຈ້ງໃຫ້ຮູ້: ກົດໝາຍສະບັບດັ່ງກ່າວຈະສາມາດເຮັດໃຫ້ການຂາດດຸນງົບປະມານຂອງລັດຖະບານອາເມຣິກາຫຼຸດລົງ 300 ກວ່າຕື້ໂດລາສະຫະລັດ.