ນັກປາດມະຫາວິທະຍາໄລແຫ່ງຊາດສິງກະໂປກ່າວວ່າ: ດຳເນີນການຮ່ວມມືກັບຈີນ ຫາກບໍ່ແມ່ນຕັດການພົວພັນກັບຈີນ ຈຶ່ງແມ່ນທິດທາງໃຫຍ່ຂອງການພັດທະນາເສດຖະກິດທົ່ວໂລກ

2022-08-18 15:10:21 cri


ໄລຍະມໍ່ໆມານີ້, ສື່ມວນຊົນຝ່າຍຕາເວັນຕົກຈຳນວນໜຶ່ງໄດ້ເຜີຍຂ່າວກ່ຽວກັບການຕັດການພົວພັນກັບຈີນ. ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານລູຢ້າວຊຸນ, ຜູ້ອຳນວຍການໃຫຍ່ສຳນັກງານຄົ້ນຄວ້າການບູລະນະແລະການພັດທະນາແບບຍືນຍົງຂອງສະຖາບັນການຄ້າມະຫາວິທະຍາໄລແຫ່ງຊາດສິງກະໂປກ່າວວ່າ, ອົງກອນເສດຖະກິດຈີນແມ່ນໃຫຍ່ຫຼາຍ, ແມ່ນຂໍ້ສຳຄັນໃນຕ່ອງໂສ້ການສະໜອງແລະຕາໜ່າງປະດິດສ້າງໃໝ່ຂອງໂລກ, ດຳເນີນການຮ່ວມມືກັບຈີນ ຫາກບໍ່ແມ່ນຕັດການພົວພັນກັບຈີນ ຈຶ່ງແມ່ນທິດທາງໃຫຍ່ຂອງການພັດທະນາເສດຖະກິດທົ່ວໂລກ.


ທ່ານລູຢ້າວຊຸນກ່າວຕື່ມວ່າ, ເມື່ອສັງເກດຈາກດ້ານເສດຖະກິດແລ້ວ, ຂະບວນການໂລກາພິວັດໄດ້ຊຸກຍູ້ການໝູນວຽນຂອງຊັບພະຍາກອນແລະຜະລິດຕະພັນ, ໄດ້ຍົກສູງປະສິດທິພາບໃຫ້ບັນດາປະເທດ, ສະນັ້ນ, ຈຶ່ງຄວນເດັດດ່ຽວສະໜັບສະໜູນຂະບວນການໂລກາພິວັດ. ການຕັດການພົວພັນກັບຈີນໄດ້ຝ່າຝືນກັບຂະບວນການໂລກາພິວັດ, ບໍ່ມີຜົນດີຕໍ່ປະເທດໃດໆ. ຕ່ອງໂສ້ການສະໜອງບໍ່ຄວນຖືກການເມືອງກະທົບ, ເພາະເລື່ອງນີ້ບໍ່ມີຜົນດີຕໍ່ການພັດທະນາຂອງຕະຫຼາດແລະວິສາຫະກິດ.