ທ່ານກົວເຊິ່ງຄຸ່ນແລະນາຍົກອຸສເບກິດສະຖານເປັນເຈົ້າພາບຮ່ວມຈັດກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານຈີນແລະອຸສເບກິດສະຖານ

2022-08-19 16:11:22 CRI

 

ຕາມຂ່າວCRI: ວັນທີ 18 ສິງຫານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານກົວເຊິ່ງຄຸ່ນ, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ເລຂາທິການຄະນະກຳມະການການເມືອງແລະກົດໝາຍສູນກາງ, ປະທານຝ່າຍຈີນຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານຈີນ-ອຸສເບກິດສະຖານແລະທ່ານອັບດູນລາ ອາຣີໂພຟ, ນາຍົກລັດຖະມົນຕີອຸສເບກິດສະຖານ, ປະທານຝ່າຍອຸສເບກິດສະຖານຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານອຸສເບກິດສະຖານ-ຈີນໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານສອງປະເທດຜ່ານທາງອອນລາຍ.

 

ທ່ານກົວເຊິ່ງຄຸ່ນກ່າວວ່າ, ນັບແຕ່ຈັດກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານສອງປະເທດເປັນຕົ້ນມາ, ສອງຝ່າຍໄດ້ດຳເນີນການແລກປ່ຽນແລະການປະສານງານກັນຢ່າງແໜ້ນແຟ້ນ, ການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ພະລັງງານ, ຄົມມະນາຄົມ, ວິທະຍາສາດເຕັກໂນໂລຊີແລະຂົງເຂດອື່ນໆໄດ້ຮັບຜົນສຳເລັດຢ່າງຕິດແທດຕົວຈິງ. ປີນີ້ແມ່ນປີສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອຸສເບກິດສະຖານຄົບຮອບ 30 ປີ, ສອງຝ່າຍຕ້ອງກຳເປັນໂອກາດນີ້ເປັນຢ່າງດີ, ຊຸກຍູ້ໃຫ້ການຮ່ວມມືໃນແຕ່ລະຂົງເຂດລະຫວ່າງຈີນ-ອຸສເບກິດສະຖານມີຄວາມເຂັ້ມແຂງກວ່າເກົ່າ, ມີຄວາມເລິກເຊິ່ງກວ່າເກົ່າແລະຕິດແທດຕົວຈິງກວ່າເກົ່າ, ເພື່ອເສີມຂະຫຍາຍບົດບາດເທົ່າທີ່ຄວນເຂົ້າໃນການບັນລຸການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ.

 

ທ່ານອັບດູນລາ ອາຣີໂພຟກ່າວວ່າ: ອຸສເບກິດສະຖານຈະສືບຕໍ່ຖືຄະນະກຳມະການການຮ່ວມມືລະຫວ່າງລັດຖະບານອຸສເບກິດສະຖານ-ຈີນເປັນເວທີ. ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ບາດກ້າວໃໝ່ຢ່າງບໍ່ຢຸດຢັ້ງ.