ຄວາມໝັ້ນໜຽວດ້ານເສດຖະກິດຂອງຈີນໄດ້ທຸ້ມເທພະລັງແຮງທາງບວກເຂົ້າໃນການຟື້ນຟູຂອງໂລກ

2022-08-19 16:12:36 CRI

 

ຕາມຂ່າວCRI: ຫວ່າງບໍ່ດົນມານີ້, ທ່ານກີນ ເພຍ, ຫົວໜ້າສະຖາບັນຄົ້ນຄວ້າການພົວພັນສາກົນຂອງສະພາບັນດິດວິທະຍາສາດແຫ່ງລາຊະອານາຈັກກຳປູເຈຍກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວວ່າ: ຄວາມໝັ້ນໜຽວດ້ານເສດຖະກິດຂອງຈີນໄດ້ທຸ້ມເທພະລັງແຮງທາງບວກຫຼາຍກວ່າເກົ່າເຂົ້າໃນການຟື້ນຟູດ້ານເສດຖະກິດຂອງໂລກໃນຍຸກຫຼັງຈາກການລະບາດຂອງພະຍາດໂຄວິດ 19.

 

ທ່ານກີນ ເພຍກ່າວຕື່ມວ່າ, ຍ້ອນໄດ້ຮັບຜົນປະໂຫຍດຈາກມາດຕະການປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19ຢ່າງມີປະສິດທິຜົນແລະນະໂຍບາຍການຮັບປະກັນໃຫ້ເສດຖະກິດມີຄວາມໝັ້ນທ່ຽງຂອງຈີນ, ເສດຖະກິດຈີນຍັງຮັກສາໄດ້ຄວາມໝັ້ນໜຽວພາຍໃຕ້ເບື້ອງຫຼັງທີ່ໄດ້ຮັບການກະທົບຈາກສະພາບພະຍາດລະບາດແລະໄພເງິນເຟີ້ທີ່ສູງຂຶ້ນສົມຄວນໃນທົ່ວໂລກ. ນັບແຕ່ ເດືອນມັງກອນຫາເດືອນກໍລະກົດປີ 2022 ນີ້, ມູນຄ່າຂາອອກຂອງຈີນໄດ້ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານກີນ ເພຍມີຄຳເຫັນວ່າ: ໃນຖານະເປັນຂອດທີ່ສຳຄັນຂອງຕ່ອງໂສ້ການສະໜອງທົ່ວໂລກ, ການເຕີບໂຕດ້ານການສົ່ງອອກຂອງຈີນໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ໃຫ້ໂລກມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງ. ອີງຕາມຕົວເລກຫຼຸ້າສຸດສະແດງໃຫ້ເຫັນວ່າ, ໃນໄລຍະທີ່ມີສະພາບພະຍາດໂຄວິດ 19 ລະບາດຈີນສືບຕໍ່ຕັ້ງໜ້າເຂົ້າຮ່ວມການຄ້າສາກົນ, ໄດ້ເປີດຕະຫຼາດຢ່າງກວ້າງຂວາງກວ່າເກົ່າໃຫ້ແກ່ທົ່ວໂລກ.

 

ທ່ານກີນ ເພຍ ຍັງກ່າວຕື່ມວ່າ, ໃນຫຼາຍສິບປີຜ່ານມານີ້, ຈີນແມ່ນແຫຼ່ງກຳລັງແຮງທີ່ສຳຄັນຂອງການເຕີບໂຕດ້ານເສດຖະກິດຂອງທົ່ວໂລກຢ່າງສະເໝີຕົ້ນສະເໝີປາຍ. ບໍ່ຕ້ອງສົງໄສເລີຍວ່າ, ໃນຖານະເປັນອົງກອນເສດຖະກິດອັນດັບ 2 ຂອງໂລກ, ຈີນຍັງຈະສືບຕໍ່ເປັນຫົວຈັກທີ່ສຳຄັນດ້ານການເຕີບໂຕຂອງທົ່ວໂລກ.