ປະທານາທິບໍດີຟີລິບປິນກ່າວຢ້ຳວ່າ: ຟີລິບປິນຍຶດໝັ້ນນະໂຍບາຍປະເທດຈີນດຽວ

2022-08-19 15:12:43 cri

      ວັນທີ 17 ສິງຫານີ້, ທ່ານ ເຟີດີນານ ໂຣມົວເດສ໌ ມາຄົສ ປະທານາທິບໍດີຟີລິບປິນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຮວງຊີ່ລຽນ ເອກອັກຄະລັດຖະທູດຈີນປະຈຳຟີລິບປິນ. ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການພົວພັນລະຫວ່າງຈີນ-ຟີລິບປິນ,ການຮ່ວມມືທີ່ແທ້ຈິງລະຫວ່າງສອງຝ່າຍ,ບັນຫາໄຕ້ຫວັນ,ທະເລຈີນໃຕ້ແລະບັນຫາອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

      ທ່ານ ຮວງຊີ່ລຽນ ກ່າວວ່າ: ພາຍໃຕ້ການຊີ້ນຳນຳພາທາງຍຸດທະສາດຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນແລະທ່ານປະທານາທິບໍດີເຟີດີນານ ໂຣມົວເດສ໌ ມາຄົສ, ການພົວພັນລະຫວ່າງຈີນ-ຟີລິບປິນໄດ້ມີການເລີ່ມຕົ້ນທີ່ດີແລະມີທ່າອຽງທີ່ຕັ້ງໜ້າ. ໃນອະນາຄົດ, ຈີນຍິນດີປະສົມປະສານກັບຄວາມຕ້ອງການຂອງຝ່າຍຟີລິບປິນ,ລົງເລິກການເຊື່ອມຕໍ່ກັນທາງຍຸດທະສາດດ້ານການພັດທະນາລະຫວ່າງສອງປະເທດ,ສຸມໃສ່ການຮ່ວມມືກັນ,ແກ້ໄຂຄວາມຂັດແຍ້ງກັນຢ່າງເໝາະສົມ,ເພື່ອສ້າງຜົນປະໂຫຍດທີ່ຕິດແທດຕົວຈິງມາໃຫ້ແກ່ປະຊາຊົນຂອງສອງປະເທດໃຫ້ຫຼາຍກວ່າເກົ່າ.

      ທ່ານເຟີດີນານ ໂຣມົວເດສ໌ ມາຄົສ ໄດ້ຕີລາຄາສູງຕໍ່ການພົວພັນລະຫວ່າງສອງປະເທດໃນປັດຈຸບັນຢ່າງຕັ້ງໜ້າແລະກ່າວວ່າຝ່າຍຟີລິບປິນຄອງຄອຍເພີ່ມທະວີການພົວພັນລະຫວ່າງສອງຝ່າຍຕື່ມອີກ,ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ. ທ່ານເຟີດີນານ ໂຣມົວເດສ໌ ມາຄົສ ໄດ້ກ່າວຢ້ຳວ່າ: ຟີລິບປິນຍຶດໝັ້ນນະໂຍບາຍປະເທດຈີນດຽວ,ພ້ອມທັງປະຕິບັດຕາມນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ,ຈະຍຶດໝັ້ນແກ້ໄຂບັນຫາຄວາມຂັດແຍ້ງກັນຢ່າງເໝາະສົມໂດຍຜ່ານຮູບແບບຟີລິບປິນທີ່ມີລັກສະນະການປຶກສາຫາລືແລະຄວາມຮັບຮູ້ທີ່ເປັນເອກະພາບກັນ,ເພື່ອປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ.