ຖ້າກະທົບເຖິງຜົນປະໂຫຍດຂອງອາເມຣິກາ, ສິດທິມະນຸດແລະເສລີພາບດ້ານຂ່າວສານກໍ່ຈະຖືກລ່ວງລ້ຳຢ່າງໂຫດຮ້າຍ

2022-08-20 15:24:12 cri


ຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ທະນາຍຄວາມສອງຄົນຂອງທ່ານຈູລຽນ ອາຊັງຈີ ຜູ້ສ້າງເວັບໄຊວິຄີລິກສ໌ (WikiLeaks) ແລະນັກຂ່າວສອງຄົນທີ່ກ່ຽວຂ້ອງ ໄດ້ກ່າວຟ້ອງກົມຂ່າວລັບສູນກາງອາເມຣິກາ ຫຼື CIA, ໂດຍກ່າວຟ້ອງ CIA ໄດ້ເກັບຂໍ້ມູນທາງເຄື່ອງເອເລັກໂຕຼນິກຂອງເຂົາເຈົ້າແລະສຽງອັດຄວາມເວົ້າຂອງທ່ານ ອາຊັງຈີ ຢ່າງຜິດກົດໝາຍ, ເຊິ່ງໄດ້ລ່ວງລ້ຳສິດຄວາມລັບສ່ວນຕົວຂອງເຂົາເຈົ້າ.


ຕໍ່ກັບເລື່ອງນີ້, ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 19 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ: “ປະສົບການຂອງທ່ານ ອາຊັງຈີ ແລະທະນາຍຄວາມຂອງທ່ານ ໄດ້ຊີ້ບອກຄົນທັງຫຼາຍໃຫ້ຮູ້ວ່າ, ມະນຸດສະທຳແລະເສລີພາບດ້ານຂ່າວສານມີຄວາມສັກສິດແລະບໍ່ຄວນຖືກລ່ວງລ້ຳນັ້ນ ແມ່ນມີເງື່ອນໄຂເບື້ອງຕົ້ນ, ນັ້ນກໍ່ຄື ບໍ່ສາມາດກະທົບເຖິງຜົນປະໂຫຍດຂອງອາເມຣິກາໄດ້. ຖ້າໄດ້ກະທົບເຖິງຜົນປະໂຫຍດຂອງອາເມຣິກາ, ສິດທິມະນຸດແລະເສລີພາບດ້ານຂ່າວສານກໍ່ຈະຖືກຈຳກັດຢ່າງເຂັມງວດແລະຖືກລ່ວງລ້ຳຢ່າງໂຫດຮ້າຍ.”