ອັຟການິສະຖານເປັນສັກຂີພິຍານໃຫ້ແກ່ຜົນຮ້າຍຈາກນະໂຍບາຍແບບກະຫາຍສົງຄາມທີ່ສຸດຂອງອາເມຣິກາ

2022-08-20 15:08:37 cri

ຫວ່າງມໍ່ໆມານີ້, ສື່ມວນຊົນສາກົນຕ່າງໆໄດ້ພາກັນລາຍງານກ່ຽວກັບກອງທັບອາເມຣິກາຖອນຕົວອອກຈາກອັຟການິສະຖານຄົບຮອບ 1 ປີ ໂດຍເຫັນວ່າ: ການເຂົ້າຮຸກຮານຂອງກອງທັບອາເມຣິກາ ຍັງສືບຕໍ່ມີຜົນກະທົບທາງລົບຕໍ່ອັຟການິສະຖານ. ຕໍ່ກັບເລື່ອງນີ້, ວັນທີ 19 ສິງຫານີ້, ທ່ານວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ອັຟການິສະຖານໄດ້ເປັນສັກຂີພິຍານໃຫ້ແກ່ຜົນຮ້າຍຈາກນະໂຍບາຍແບບກະຫາຍສົງຄາມທີ່ສຸດຂອງອາເມຣິກາ.

ທ່ານວ່າງເວີນປີ່ນຊີ້ອອກວ່າ: ອາເມຣິກາໄດ້ເຂົ້າຮຸກຮານອັຟການິສະຖານເປັນເວລາ 20 ປີ ເຊິ່ງເປັນການມ້າງເພທຳລາຍປະເທດດັ່ງກ່າວ ໂດຍໄດ້ເຮັດໃຫ້ຊາວອັຟການິສະຖານ 174.000 ຄົນເສຍຊີວິດ ແລະປະຊາຊົນຫຼາຍກວ່າ 10.000.000 ຄົນກາຍເປັນຊາວອົບພະຍົບ. ເຖິງແມ່ນວ່າກອງທັບອາເມຣິກາໄດ້ຖອນຕົວອອກຈາກອັຟການີສະຖານແລ້ວກໍຕາມ, ແຕ່ຍັງສືບຕໍ່ມີຜົນກະທົບທາງລົບຕໍ່ອັຟການິສະຖານຢູ່. ຊາວອັຟການິສະຖານຫຼາຍລ້ານຄົນໄດ້ຕົກຢູ່ໃນສະພາບທໍລະມານທີ່ສຸດ, ເດັກນ້ອຍອັຟການິສະຖານປະມານ 3.000.000 ຄົນບໍ່ສາມາດເຂົ້າຮຽນໄດ້ຍ້ອນຄວາມທຸກຍາກ, ຊາວອັຟການິສະຖານ 18.900.000 ຄົນກຳລັງປະເຊີນໜ້າກັບບັນຫາຂາດເຂີນສະບຽງອາຫານຢ່າງໜັກໜ່ວງທີ່ສຸດ. ອາເມຣິກາມີຄວາມຮັບຜິດຊອບທີ່ປະຕິເສດບໍ່ໄດ້ຕໍ່ບັນຫາດັ່ງກ່າວ.