ງານວາງສະແດງຫຸ່ນຍົນໂລກ 2022 ໄດ້ວາງສະແດງຫຸ່ນຍົນລຸ້ນໃໝ່ທີ່ໃຊ້ໃນຫຼາຍຂົງເຂດ

2022-08-20 13:36:31 CRI


     ໃນງານວາງສະແດງຫຸ່ນຍົນໂລກ 2022 ທີ່ກຳລັງຈັດຂຶ້ນຢູ່ທີ່ປັກກິ່ງ, ຜະລິດຕະພັນຫຸ່ນຍົນລຸ້ນໃໝ່ 36 ຊະນິດໄດ້ຮັບການວາງສະແດງເປັນຄັ້ງທຳອິດໃນທົ່ວໂລກ, ຂົງເຂດນຳໃຊ້ຫຸ່ນຍົນໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ.


     ຫຸ່ນຍົນທີ່ໃຊ້ມາປູພື້ນສະເພາະສາມາດປູພື້ນເຮືອນໄວກວ່າແຮງງານ 3 ຫາ 4 ເທົ່າ, ຊ່ອງຫວ່າງລະຫວ່າງດິນຈີ່ສາມາດໄດ້ຮັບການຄວບຄຸມໃຫ້ພາຍໃນ 2 ມິລິແມັດ, ເຊິ່ງໄດ້ຍົກປະສິດທິພາບແລະຄຸນນະພາບດ້ານການປູພື້ນເຮືອນໃນຂົງເຂດການກໍ່ສ້າງໃຫ້ສູງຂຶ້ນຢ່າງຫຼວງຫຼາຍ.



     ຫຸ່ນຍົນທີ່ສາມາດເກັບໝາກໄມ້ແບບອັດສະລິຍະສາມາດຈຳແນກລະດັບສຸກງອມ ແລະຄຸນນະພາບຂອງໝາກໄມ້ຢ່າງຖືກຕ້ອງ, ພ້ອມທັງສາມາດແບ່ງແຍກແລະເກັບໝາກໄມ້ດ້ວຍຂະໜາດຂອງໝາກໄມ້ແບບອັດຕະໂນມັດ.


     ນອກນີ້, ຍັງມີຫຸ່ນຍົນດັບເພີງທີ່ສາມາດທົນທານອຸນຫະພູມສູງ, ຫຸ່ນຍົນຜ່າຕັດ, ຫຸ່ນຍົນລ້ຽງໄກ່, ເຮືອບິນບໍ່ມີຄົນຂັບທີ່ໃຊ້ໃນການຄົ້ນຫາແລະກອບກູ້ ແລະອື່ນໆ, ກໍ່ໄດ້ຮັບການວາງສະແດງໃນງານວາງສະແດງຫຸ່ນຍົນໂລກຄັ້ງນີ້.