ອັດຕາເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣສູງຂຶ້ນເປັນ 8,9%, ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດອີກຄັ້ງໃໝ່

2022-08-21 16:22:09 cri

ຕົວເລກສະຖິຕິທີ່ອົງການສະຖິຕິສະຫະພາບເອີຣົບເປີດເຜີຍໃນວັນທີ 18 ສິງຫາ 2022 ໄດ້ສະແດງໃຫ້ເຫັນວ່າ, ໃນເດືອນກໍລະກົດຜ່ານມາ, ອັດຕາເງິນເຟີ້ຢູ່ 19 ປະເທດຂອງເຂດໃຊ້ເງິນເອີໂຣແມ່ນ 8,9%, ສູງກວ່າອັດຕາເອີເຟີ 8,6% ຂອງເດືອນມິຖຸນາ, ໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່.

ອົງການສະຖິຕິສະຫະພາບເອີຣົບກ່າວວ່າ: ສາເຫດຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ໃນເດືອນກໍລະກົດແລ້ວນີ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່ ແມ່ນຍ້ອນວ່າລາຄາພະລັງງານແລະອາຫານແພງຂຶ້ນຕື່ມອີກ, ພ້ອມກັນນັ້ນ, ລາຄາຂອງຂະແໜງການບໍລິການທີ່ກວມຜົນຜະລິດທາງເສດຖະກິດຫຼາຍກວ່າ 2 ສ່ວນ 3 ຂອງເຂດໃຊ້ເງິນເອີໂຣກໍໄດ້ແພງຂຶ້ນ 3,7% ໃນເດືອນກໍລະກົດແລ້ວນີ້.

ນັກວິເຄາະເຫັນວ່າ, ຄຽງຄູ່ກັບສະຫະພາບເອີຣົບຫຼຸດການນຳໃຊ້ແກັສທຳມະຊາດຂອງຣັດເຊຍຢ່າງຕໍ່ເນື່ອງໃນອະນາຄົດ, ຕົ້ນທຶນດ້ານພະລັງງານຂອງເອີຣົບຈະສືບຕໍ່ຖີບຕົວສູງຂຶ້ນ, ຄາດວ່າອັດຕາເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣຈະສືບຕໍ່ສູງຂຶ້ນໃນໄລຍະຕໍ່ໄປ.