ຈີນເຜີຍແຜ່ “ປຶ້ມປົກຂາວວ່າດ້ວຍການພັດທະນາອາຊີວະສຶກສາຂອງຈີນ”

2022-08-21 15:15:30 CRI

ວັນທີ 20 ສິງຫານີ້, ໃນໄລຍະຈັດກອປະຊຸມການພັດທະນາອາຊີວະສຶກສາໂລກ, ກະຊວງສຶກສາທິການຈີນໄດ້ເຜີຍແຜ່ປຶ້ມປົກຂາວວ່າດ້ວຍກາພັດທະນາອາຊີວະສຶກສາຂອງຈີນເພື່ອແນະນຳບົດຮຽການພັດທະນາອາຊີວະສຶກສາຂອງຈີນຕໍ່ໂລກ.

ປຶ້ມປົກຂາວດັ່ງກ່າວລະບຸວ່າ, ອາຊີວະສຶກສາແມ່ນພາກສ່ວນສຳຄັນໃນລະບົບການສຶສາພົນລະເມືອງ ແລະ ການພັດທະນາຊັບພະຍາກອນມະນຸດ. ນັບແຕ່ປີ 2012 ເປັນຕົ້ນມາ, ຈີນໄດ້ເນັ້ນອາຊີວະສຶກສາມີຄວາມສຳຄັນເທົ່າທຽມກັບການສຶກສາທົ່ວໄປ, ໄດ້ກຳນົດເອົາອາຊີວະສຶກສາເປັນພາກສ່ວນສຳຄັນໃນລະບົບການສຶກສາພົນລະເມືອງ ແລະ ການພັດທະນາຊັບພະຍາກອນມະນຸດ, ໃນທີ່ສຸດໄດ້ກໍ່ຕົວເປັນຮູບແບບຈີນຂອງການພັດທະນາອາຊີວະສຶກສາ ເຊິ່ງໄດ້ເພີ່ມກຳລັງອາຊີວະສຶສາທີ່ແຂງແຮງເຂົ້າໃນເສັ້ນທາງກ້າວໄປສູ່ຄວາມເປັນທັນສະໄໝຂອງຈີນ.

ປຶ້ມປົກຂາວເນັ້ນໜັກວ່າ, ການສ້າງເວທີຮ່ວມມືແລະແລກປ່ຽນກັນ, ແບ່ງປັນໝາກຜົນຂອງການປະຕິຮູບອາຊີວະສຶກສາຂອງຈີນກັບໂລກ ແມ່ນຄວາມປາຖະໜາອັນດີງາມຂອງຈີນ. ຈີນຈະຍຶດໝັ້ນໃນການເປີດປະຕູສູ່ພາຍນອກ, ຮັບພາລະໜ້າທີ່ຫຼາຍກວ່າເກົ່າຕາມຄວາມສາມາດຂອງຕົນ, ປະກອບສ່ວນແຜນການຂອງຈີນເພື່ອການບໍລິຫານການສຶກສາທົ່ວໂລກ, ປະກອບສ່ວນກຳລັງດ້ານການສຶກສາເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.