ທ່ານສີຈິ້ນຜິງຢ້ຽມຢາມແຂວງລຽວນິງພາກທີ1: ການພັດທະນາແບບສີຂຽວແລະການປະດິດສ້າງຊ່ວຍຊຸກຍູ້ການພັດທະນາພາກຕາເວັນອອກສຽງເໜືອຈີນໃຫ້ຈະເລີນໃນຍຸກໃໝ່

2022-08-21 14:14:16 cri



ເຂດພາກຕາເວັນອອກສຽງເໜືອຂອງຈີນປະກອບມີແຂວງເຮີຍລົງຈ່ຽງ ແຂວງລຽວນິງ ແຂວງຈີລິນ ແລະເຂດແຄວ້ນສ່ວນໜຶ່ງຂອງເຂດປົກຄອງຕົນເອງມົງໂກໃນ, ເຂດດັ່ງກ່າວເປັນຖານການຜະລິດອຸດສາຫະກຳແລະກະສິກຳທີ່ສຳຄັນຂອງຈີນ ມີຖານະບົດບາດທາງຍຸດທະສາດອັນສຳຄັນ ເຊິ່ງພົວພັນເຖິງສະພາບລວມແຫ່ງການພັດທະນາຂອງຈີນ. ຕໍ່ກັບວຽກງານພັດທະນາພາກຕາເວັນອອກສຽງເໜືອຈີນໃຫ້ຈະເລີນໃນຍຸກໃໝ່, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ໃຫ້ຄວາມສຳຄັນຢູ່ສະເໝີ, ນັບແຕ່ກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ພາກຕາເວັນອອກສຽງເໜືອຂອງປະເທດຈີນຫຼາຍເທື່ອ,ພ້ອມທັງໄດ້ເປັນປະທານກອງປະຊຸມວຽກງານສະເພາະຫຼາຍຄັ້ງເພື່ອວາງແຜນພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນຢ່າງຮອບດ້ານ. ເມື່ອບໍ່ດົນມານີ້ ຄື ລະຫວ່າງວັນທີ 16-17ສິງຫາ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປພາກຕາເວັນອອກສຽງເໜືອອີກຄັ້ງໜຶ່ງ ໂດຍໄດ້ລົງເຄື່ອນໄຫວຢ້ຽມຢາມຢູ່ນະຄອນຈິນໂຈ່ວ ນະຄອນເສີນຢາງຂອງແຂວງລຽວນິງ. ໃນລາຍການສີແສງແຫ່ງຍຸກມື້ນີ້ ຜູ້ດຳເນີນລາຍການຈະນຳສະເໜີສະພາບການເຄື່ອນໄຫວເຮັດວຽກຢູ່ແຂວງລຽວນິງເທື່ອນີ້ຂອງທ່ານສີຈິ້ນຜິງສູ່ທ່ານຟັງ.



ຕອນບ່າຍວັນທີ 16 ສິງຫາ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງສວນອຸທິຍານຕຸ່ງຫູທີ່ຕັ້ງຢູ່ທິດເໜືອບ່ອນເຊື່ອມຕໍ່ລະຫວ່າງແມ່ນ້ຳສ້ຽວລິງແລະແມ່ນ້ຳນູຍເອີ ຂອງນະຄອນຈິນໂຈ່ວແຂວງລຽວນິງ ເພື່ອສຳຫຼວດກວດກາສະພາບການປົວແປງແລະອະນຸລັກສິ່ງແວດລ້ອມນິເວດຂອງທ້ອງຖິ່ນດັ່ງກ່າວ.


   ຍາມຕົ້ນລະດູໃບໄມ້ຫຼົ່ນ ອາກາດເຢັນສະບາຍ, ທ້ອງຟ້າປອດໂປ່ງ ແມ່ນ້ຳໃສສະອາດ.ຢູ່ສອງຟາກທາງລຽບຕາມແມ່ນ້ຳ ມີຕົ້ນໄມ້ຂຽວໃຫຍ່ເປັນຫົ່ມແລະເດີ່ນຫຍ້າຂຽວງາມອຸ່ມທຸ່ມ, ມີສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດ ເຊັ່ນ: ທາງຍ່າງເພື່ອສຸຂະພາບ, ສວນນ້ຳ, ເດີ່ນອອກກຳລັງກາຍແລະອື່ນໆ.


    ສວນອຸທິຍານຕຸ່ງຫູ

 

ທ່ານສີຈິ້ນຜິງໄດ້ສຳຫຼວດກວດເບິ່ງສິ່ງແວດລ້ອມນິເວດຂອງສວນອຸທິຍານ, ພ້ອມທັງສອບຖາມຢ່າງລະອຽດກ່ຽວກັບມາດຕະການປ້ອງກັນແລະຄວບຄຸມມົນລະພິດມີຫຍັງແດ່? ຄຸນນະພາບນ້ຳເປັນແນວໃດ? ການຟື້ນຟູປະເພດປ່າໄດ້ຮັບຜົນຄືແນວໃດແລ້ວ?

ຜູ້ຮັບຜິດຊອບຂອງທ້ອງຖິ່ນໄດ້ໃຫ້ຮູ້ວ່າ: “ແຕ່ກ່ອນ, ທີ່ແຫ່ງນີ້ເປັນຮ່ອງນ້ຳເປື້ອນ ສົ່ງກິ່ນເໝັນ ບໍ່ເປັນລະບຽບ ທັງບໍ່ງາມຕາອີກດ້ວຍ, ຍາມລະດູຮ້ອນ, ຊາວເມືອງທີ່ອາໄສຢູ່ບໍລິເວນໃກ້ຄຽງບໍ່ກ້າເປີດປ່ອງຢ້ຽມ ເພາະຢ້ານກິ່ນເໝັນ, ຍາມລະດູໜາວກໍບໍ່ກ້າເປີດເຊັ່ນດຽວກັນ, ເພາະນ້ຳບົກແຫ້ງແລ້ວ, ພື້ນນ້ຳໄດ້ເຜີຍແບອອກ, ລົມພັດມາເຮັດໃຫ້ຂີ້ຝຸ່ນໄງ່ກຸ້ມໄປທົ່ວ.” ສະຫາຍຜູ້ຮັບຜິດຊອບ ຍັງໃຫ້ຮູ້ຕື່ມວ່າ: ນັບແຕ່ປີ2014ເປັນຕົ້ນມາ, ນະຄອນຈິນໂຈ່ວໄດ້ດຳເນີນການປົວແປງສິ່ງແວດລ້ອມແບບສັງລວມຕໍ່ແມ່ນ້ຳສອງສາຍຄືແມ່ນ້ຳສ້ຽວລິງແລະແມ່ນ້ຳນູຍ ພ້ອມທັງໄດ້ສ້າງພື້ນທີ່ສີຂຽວລຽບຕາມແຄມແມ່ນ້ຳຍາວ 10 ກວ່າກິໂລແມັດ ເຊິ່ງສ້າງໃຫ້ເປັນສວນສາທາລະນະແຄມແມ່ນ້ຳສຳລັບການຫັດກາຍບໍລິຫານແລະພັກຜ່ອນຢ່ອນອາລົມ.

ສິ່ງແວດລ້ອມນິເວດທີ່ດີເປັນຊັບພະຍາກອນອັນປະເສີດສຳລັບການພັດທະນາເສດຖະກິດສັງຄົມຂອງພາກຕາເວັນອອກສຽງເໜືອ ທັງເປັນທ່າແຮງ ດ້ານໜຶ່ງໃນການພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນຮຸ່ງເຮືອງ.

ໃນການສຳຫຼວດກວດກາວຽກງານຢູ່ພາກຕາເວັນອອກສຽງເໜືອທຸກຄັ້ງທີ່ຜ່ານມາ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກເຖິງແນວຄວາມຄິດການພັດທະນາແບບສີຂຽວຢ່າງສະເໝີຕົ້ນສະເໝີປາຍ ຄື: ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ, ດິນແດນທີ່ເຕັມໄປດ້ວຍຫິມະແລະນ້ຳກ້ອນກໍແມ່ນພູເງິນພູຄຳເຊັ່ນດຽວກັນ.

ໃນການສຳຫຼວດກວດກາວຽກງານຢູ່ສວນອຸທິຍານຕຸ່ງຫູເທື່ອນີ້, ທ່ານສີຈິ້ນຜິງໄດ້ຢືນຢູ່ແຄມແມ່ນ້ຳສ້ຽວລິງ,ເພິ່ນໄດ້ກ່າວເນັ້ນໜັກຕື່ມວ່າ: “ເບິ່ງໃນດ້ານປະຫວັດສາດອັນຍາວນານແລ້ວ, ຖ້າຫາກເວົ້າເລື່ອງຄົນຮຸ່ນພວກເຮົາຈະສາມາດຮັກສາສິ່ງໃດແດ່ ໄວ້ໃຫ້ຄົນຮຸ່ນຫຼັງ, ຂ້າພະເຈົ້າເຫັນວ່າ: ການສ້າງຄວາມສິວິໄລດ້ານນິເວດກໍແມ່ນສິ່ງສຳຄັນດ້ານໜຶ່ງ. ການສ້າງຄວາມສິວິໄລດ້ານນິເວດແມ່ນສາມາດເຮັດໃຫ້ປະຊາຊົນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ, ເມື່ອສິ່ງແວດລ້ອມໄດ້ຮັບການປັບປຸງໃຫ້ດີຂຶ້ນແລ້ວ, ປະຊາຊົນກໍຈະມີຄວາມຮູ້ສຶກໄດ້ຢ່າງເລິກເຊິ່ງທີ່ສຸດ. ຄອງນ້ຳໃຫຍ່ປັກກິ່ງ-ຫາງໂຈ່ວຕອນຢູ່ນະຄອນຫຼວງປັກກິ່ງ, ແມ່ນ້ຳຊູໂຈ່ວຢູ່ນະຄອນຊຽງໄຮ້, ແມ່ນ້ຳໄຫເຫີຢູ່ນະຄອນທຽນສິນແລະອື່ນໆ ລ້ວນແຕ່ໄດ້ຮັບການດັດສ້າງໃຫ້ດີຂຶ້ນຫຼາຍ, ປະຊາຊົນກໍໄດ້ສະແດງຄວາມຊົມເຊີຍທີ່ສຸດ. ສວນສາທາລະນະແບບນີ້ ແມ່ນຄວນສ້າງໃຫ້ຫຼາຍ, ສ້າງເພື່ອປະຊາຊົນ, ເພື່ອມວນຊົນ, ເພື່ອສ້າງຊີວິດທີ່ມີຄວາມສຸກໃຫ້ກັບປະຊາຊົນ.”

ຢູ່ເດີ່ນວັດທະນະທຳໃນສວນອຸທິຍານຕຸ່ງຫູໄດ້ມີສຽງຮ້ອງເພງທີ່ມວນອອນຊອນ, ຊາວເມືອງທັງຫຼາຍກຳລັງພັກຜ່ອນຢ່ອນອາລົມແລະເຮັດກິດຈະກຳການບັນເທີງຢູ່.

 

ເມື່ອແນມເຫັນທ່ານສີຈິ້ນຜິງຍ່າງມາຫາ, ຄົນທັງຫຼາຍມີຄວາມຕື່ນເຕັ້ນດີໃຈຫຼາຍ,ຈິ່ງພາກັນຕົບມືຮ້ອງໂຮຊົມເຊີຍ.


ທ່ານສີຈິ້ນຜິງໂອ້ລົມສົນທະນາກັບປະຊາຊົນທີ່ພັກຜ່ອນຢ່ອນອາລົມຢູ່ສວນອຸທິຍານ

ເມື່ອເຫັນຊາວເມືອງທັງຫຼາຍໃຜໆກໍມີໃບໜ້າທີ່ຍີ້ມແຍ້ມແຈ່ມໃສ, ທ່ານສີຈິ້ນຜິງເວົ້າດ້ວຍຄວາມປະທັບໃຈວ່າ: “ການຫັນເປັນທັນສະໄໝແບບຈີນແມ່ນການຫັນເປັນທັນສະໄໝທີ່ປະຊາຊົນທຸກຖ້ວນໜ້າຮັ່ງມີຮ່ວມກັນ, ບໍ່ສະເພາະແຕ່ຄົນຈຳນວນໜ້ອຍຮັ່ງມີເທົ່ານັ້ນ, ແຕ່ແມ່ນໃຫ້ປະຊາຊົນທຸກຖ້ວນໜ້າຮັ່ງມີຮ່ວມກັນແລະທຸກຄົນມີຄວາມສຸກມ່ວນຊື່ນຮ່ວມກັນ.”

ຄຳເວົ້າທີ່ປ່ຽມລົ້ນໄປດ້ວຍນ້ຳໃຈຮັກແພງປະຊາຊົນແບບນີ້ເຮັດໃຫ້ຊາວເມືອງທັງຫຼາຍພາກັນຕົບມືແລະຮ້ອງໂຮຢ່າງຄຶກຄື້ນແລະມ່ວນຊື່ນກວ່າເກົ່າ.

ການປະດິດສ້າງ ເປັນດ້ານໜຶ່ງທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ເປັນພິເສດໃນການລົງເລິກຊຸກຍູ້ວຽກງານພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນ, ສ່ວນການຢ້ຽມຢາມແຂວງລຽວນິງຂອງທ່ານສີຈິ້ນຜິງໃນຄັ້ງນີ້, ຄຳວ່າ ການປະດິດສ້າງຍັງຄົງເປັນຄຳສັບສຳຄັນທີ່ເພິ່ນໄດ້ເນັ້ນໜັກຄືເກົ່າ.

 



ຕອນບ່າຍວັນທີ 17 ສິງຫາ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມບໍລິສັດຫຸ່ນຍົນອັດຕະໂນມັດຊິ່ນຊົງເສີນຢາງຈຳກັດ, ໂດຍໄດ້ສຳຫຼວດກວດກາສະພາບການປະດິດສ້າງດ້ວຍຕົນເອງຂອງວິສາຫະກິດເປັນຈຸດສຳຄັນ.

ຜູ້ຮັບຜິດຊອບບໍລິສັດບອກທ່ານສີຈິ້ນຜິງວ່າ: ໂດຍອີງອາໄສເຕັກນິກແກນກາງສຳຄັນ, ຜະລິດຕະພັນຫຸ່ນຍົນ 5 ປະເພດໃຫຍ່ລວມທັງໝົດ 100 ກວ່າຊະນິດຂອງບໍລິສັດແມ່ນມີຊັບສິນທາງປັນຍາຂອງຕົນ 100%, ສາມາດໃຫ້ການບໍລິການດ້ານອຸດສາຫະກຳແກ່ບໍລິສັດຂ້າມຊາດ 3.000 ກວ່າແຫ່ງຢູ່ໃນໂລກ.

ທ່ານສີຈິ້ນຜິງຖາມວ່າ: “ຂໍ້ຫຍຸ້ງຍາກດ້ານເຕັກນິກທີ່ເປັນແກນກາງສຳຄັນຍັງມີຫຼາຍບໍ່?”

ຜູ້ຮັບຜິດຊອບບໍລິສັດຕອບວ່າ: “ຜ່ານມາມີຢູ່ຈຳນວນໜຶ່ງ, ແຕ່ດຽວນີ້ພວກເຮົາໄດ້ແກ້ໄຂໂດຍພື້ນຖານແລ້ວ.”

ຢູ່ໃນໂຮງງານກວດກາທົດລອງເຕັກນິກອຸປະກອນຂອງບໍລິສັດຊິ່ນຊົງ, ມີຫຸ່ນຍົນເຄື່ອນທີ່ ທີ່ຂັບໄດ້ແບບອັດຕະໂນມັດ ຍັງສາມາດເປັນເຈົ້າການຫລົບຫຼີກອຸປະສັກໄດ້, ຫຸ່ນຍົນບາງຊະນິດກຳລັງເໜັງຕົວຢ່າງມີໄຫວພິບ… ທ່ານສີຈິ້ນຜິງໄດ້ຢຸດຢືນເບິ່ງຢ່າງລະອຽດເປັນບາງຄັ້ງຄາວ.

ເມື່ອໄດ້ຮູ້ວ່າ ຫຸ່ນຍົນທີ່ຜະລິດໂດຍບໍລິສັດຊິ່ນຊົງໄດ້ຖືກນຳໃຊ້ເຂົ້າໃນຂົງເຂດການຜະລິດລົດຍົນ, ທ່ານສີຈິ້ນຜິງຮູ້ສຶກດີໃຈຫຼາຍ,ເພິ່ນເວົ້າວ່າ: “ແຕ່ກ່ອນ ບັນຫາທີ່ພວກເຮົາຕ້ອງແກ້ໄຂນັ້ນແມ່ນຈະສາມາດຜະລິດລົດໄດ້ຫຼືບໍ່?, ຕໍ່ມາຄືບັນຫາທີ່ສາມາດຜະລິດລົດທີ່ມີຄຸນນະພາບດີຫຼືບໍ່, ປັດຈຸບັນ, ພວກເຮົາກຳລັງແກ້ໄຂບັນຫາການຜະລິດອຸປະກອນຜະລິດລົດໃຫ້ດີ, ນີ້ຄືການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງ.”

ໃນເວລານັ້ນ, ພະນັກງານເຕັກນິກວິຊາການຫຼາຍຄົນກຳລັງກວດກາທົດລອງເຕັກນິກອຸປະກອນຢູ່, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບເຂົາເຈົ້າຢ່າງສະໜິດສະໜົມ ພ້ອມທັງສອບຖາມເຂົາເຈົ້າວ່າ ໄດ້ຮຽນຈົບຈາກມະຫາວິທະຍາໄລແຫ່ງໃດ, ວິຊາສະເພາະ ແລະ ຄວາມສາມາດພິເສດດ້ານເຕັກນິກແມ່ນຫຍັງ?

ເມື່ອໄດ້ຄຳຕອບແລ້ວ, ທ່ານສີຈິ້ນຜິງຍ້ອງຍໍວ່າ: “ທຸກຄົນມີອາຍຸໜຸ່ມຫຼາຍ, ໃນຕໍ່ໜ້າຈະຕ້ອງມີຜົນງານຢ່າງຫຼວງຫຼາຍ.”

ຜູ້ຮັບຜິດຊອບຂອງບໍລິສັດຊິ່ນຊົງໄດ້ບອກທ່ານສີຈິ້ນຜິງວ່າ: ພະນັກງານຄົ້ນຄວ້າພັດທະນາເຕັກນິກແບບນີ້ໃນທົ່ວບໍລິສັດມີ 4.000 ກວ່າຄົນ.

ເມື່ອທ່ານສີຈິ້ນຜິງຮັບຟັງແລ້ວກໍງຶກຫົວພ້ອມທັງເວົ້າວ່າ: “ບໍລິສັດພວກສະຫາຍເປັນວິສາຫະກິດໜຸ່ມທີ່ເຕັມໄປດ້ວຍພະລັງຊີວິດຊີວາ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມໄວຂອງຈີນແລະລະດັບຂອງຈີນ. ບາດກ້າວຕໍ່ໄປ, ຕ້ອງພັດທະນາຢ່າງໜັກແໜ້ນ, ດຳເນີນການປະດິດສ້າງຢ່າງເປັນເຈົ້າຕົນເອງເພື່ອບັນລຸການປັບປຸງອຸດສາຫະກຳໃຫ້ມີລະດັບສູງຂຶ້ນ.”

ຢູ່ນອກໂຮງງານ, ພະນັກງານບໍລິສັດທັງຫຼາຍໄດ້ພາກັນທັກທາຍສະບາຍດີນຳທ່ານສີຈິ້ນຜິງດ້ວຍຄວາມກະຕືລືລົ້ນ.

ທ່ານສີຈິ້ນຜິງໄດ້ເວົ້າກັບຄົນທັງຫຼາຍວ່າ: “ເປັນຫຍັງສູນກາງພັກຕ້ອງປະຕິບັດຍຸດທະສາດການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງ? ເພາະວ່າ ມີພຽງແຕ່ກ້າວເດີນໄປຕາມເສັ້ນທາງນີ້ເທົ່ານັ້ນ, ຈິ່ງຈະສາມາດປັບປຸງອຸດສາຫະກຳຂອງປະເທດເຮົາໃຫ້ມີລະດັບແລະມີຄວາມສາມາດຕົວຈິງສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເພື່ອຫັນຈາກປະເທດໃຫຍ່ດ້ານເສດຖະກິດ, ປະເທດໃຫຍ່ດ້ານການຜະລິດໃຫ້ກາຍເປັນປະເທດທີ່ເຂັ້ມແຂງດ້ານເສດຖະກິດ ແລະປະເທດທີ່ເຂັ້ມແຂງດ້ານການຜະລິດ. ການສ້າງປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງຮອບດ້ານ, ການບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີເຫດການທີ2 ແມ່ນຕ້ອງກ້າວເດີນໄປຕາມເສັ້ນທາງແຫ່ງການປະດິດສ້າງຢ່າງເປັນເຈົ້າຕົນເອງ.”