ຣັດເຊຍກ່າວວ່າ: ມີຄວາມຈຳເປັນຕ້ອງຄ່ອຍໆປ່ຽນຈາກລະບົບ SWIFT ເປັນລະບົບໃໝ່ທີ່ປາສະຈາກແຮງກົດດັນຈາກພາຍນອກ

2022-08-21 15:13:50 CRI

ວັນທີ 20 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານດີມີຕຣີ ປັນກິນ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍໄດ້ໃຫ້ສຳພາດຕໍ່ນັກຂ່າວ ໂດຍກ່າວວ່າ: ປະເທດທີ່ລິເລີ່ມ ແລະ ເຂົ້າຮ່ວມການອາຍັດຊັບສິນຂອງຣັດເຊຍເຫຼົ່ານັ້ນ ໄດ້ສ້າງຜົນເສຍຫາຍທີ່ບໍ່ສາມາດຄຳນວນໄດ້ແລະບໍ່ສາມາດຕາບຈູນໄດ້ຕໍ່ຊື່ສຽງທາງທຸລະກິດຂອງເຂົາເອງ ແລະ ໄດ້ສະແດງໃຫ້ໂລກໄດ້ເຫັນທາດແທ້ຂອງ “ຄວາມເປັນລະບຽບບົນພື້ນຖານກະຕິກາ” ທີ່ເຂົາເຈົ້າເປັນຜູ້ລິເລີ່ມສ້າງຂຶ້ນເອງ.

ທ່ານດີມີຕຣີ ປັນກິນ ກ່າວຕື່ມວ່າ: ຣັດເຊຍເຫັນວ່າ, ມີຄວາມຈຳເປັນຕ້ອງຄ່ອຍໆປ່ຽນຈາກລະບົບການຊຳລະເງິນລະຫວ່າງປະເທດ ຫຼື SWIFT ເປັນກົນໄກສົ່ງຂໍ້ມູນທາງການເງິນທີ່ປາສະຈາກແຮງກົດດັນຈາກພາຍນອກ, ສະນັ້ນ, ປັດຈຸບັນ, ຣັດເຊຍພວມຕັ້ງໜ້າຄົ້ນຄວ້າພັດທະນາລະບົບສົ່ງຂໍ້ມູນທາງການເງິນຂອງທະນາຄານຣັດເຊຍເອງ. ພາຍໃຕ້ສະພາບການທີ່ແຮງກົດດັນຈາກການລົງໂທດໄດ້ເພີ່ມຂຶ້ນເລື້ອຍໆ, ຝ່າຍຣັດເຊຍກໍສະຫງວນສິດຂອງຕົນໃນການໃຊ້ມາດຕະການພິເສດທີ່ເຂັ້ມງວດເກົ່າ, ໃນຂະນະທີ່ຍັງຄົງພະຍາຍາມເພື່ອຫຼີກເວັ້ນການກ້າວໄປຕາມເສັ້ນທາງການເປັນປໍລະປັກກັນນັ້ນ, ຝ່າຍຣັດເຊຍກໍໄດ້ກຽມຄວາມພ້ອມຕໍ່ການຜັນແປຂອງສະພາບການທີ່ກ່ຽວຂ້ອງ.