ຈີນເປັນຜູ້ນຳໃນການສ້າງລະບົບມາດຕະຖານສາກົນລະບົບທຳອິດຂອງລະບົບພະລັງງານໄຟຟ້າແບບໃໝ່

2022-08-21 16:23:59 cri


ໃນກອງປະຊຸມມາດຕະຖານສາກົນ 2022 ທີ່ຈັດຂຶ້ນໃນວັນທີ 20 ສິງຫານີ້, ຄະນະກຳມະການໄຟຟ້າສາກົນ ຫຼື IEC ສະເໜີວ່າ: ໃຫ້ປະເທດຈີນເປັນຜູ້ນຳໃນການສ້າງລະບົບຂອບມາດຕະຖານສາກົນລະບົບທຳອິດດ້ານເຕັກນິກສຳຄັນຂອງລະບົບພະລັງງານໄຟຟ້າແບບໃໝ່ຂອງໂລກ, ເພື່ອເລັ່ງລັດສ້າງລະບົບພະລັງງານໄຟຟ້າແບບໃໝ່, ຊຸກຍູ້ການໃຊ້ພະລັງງານສະອາດແລະກາກບອນຕ່ຳ.

ລະບົບພະລັງງານໄຟຟ້າແບບໃໝ່ ແມ່ນລະບົບໄຟຟ້າທີ່ຕົ້ນຕໍໃຊ້ພະລັງງານຈາກແຮງລົມ, ພະລັງງານແສງຕາເວັນ, ພະລັງງານນິວເຄຣຍ, ພະລັງງານຊີວະພາບ ແລະພະລັງງານອື່ນໆ, ມີພະລັງງານຫຼາຍປະເພດຊ່ວຍຊູຍູ້ໜູນກັນ ແລະ ສະໜັບສະໜູນການໃຊ້ພະລັງງານໄຟຟ້າໃນລະດັບສູງຂອງທົ່ວສັງຄົມ, ແມ່ນເວທີສຳຄັນທີ່ຊຸກຍູ້ການໃຊ້ພະລັງງານທີ່ສະອາດແລະກາກບອນຕ່ຳ.

ຄະນະກຳມະການໄຟຟ້າສາກົນກ່າວວ່າ: ກຳລັງຕິດຕັ້ງແລະການຜະລິດໄຟຟ້າດ້ວຍພະລັງງານໃໝ່ຂອງຈີນເປັນອັນດັບທີໜຶ່ງຂອງໂລກມາຫຼາຍປີລຽນຕິດ, ຂະໜາດການຕະຫຼາດແລະຂະໜາດອຸດສາຫະກຳການຜະລິດໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ ແລະການຜະລິດເບັດເຕີຣີລີຣຽມກໍເປັນອັນດັບທີໜຶ່ງຂອງໂລກຢ່າງໝັ້ນທ່ຽງ, ມີທ່າແຮງດ້ານເຕັກນິກແລະອຸດສາຫະກຳໃນການນຳພາການພັດທະນາລະບົບພະລັງງານໄຟຟ້າແບບໃໝ່. ໃຫ້ປະເທດຈີນນຳພາການຄົ້ນຄວ້າຍຸດທະສາດການຫັນເປັນມາດຕະຖານສາກົນແລະລະບົບຂອບມາດຕະຖານສາກົນຂອງລະບົບພະລັງງານໄຟຟ້າແບບໃໝ່ ຈະມີຜົນດີຕໍ່ການປ່ຽນແປງໂຄງປະກອບພະລັງງານຂອງໂລກ.