ການແຂ່ງຂັນກິລາໝາກເສິກຈີນ-ອາຊຽນຈັດຂຶ້ນໂດຍຜ່ານທາງອອນລາຍ

2022-08-21 15:16:10 CRI

ວັນທີ 20 ສິງຫານີ້, ການແຂ່ງຂັນກິລາໝາກເສິກຈີນ-ອາຊຽນປີ 2022 ໄດ້ຈັດຂຶ້ນຜ່ານແອັບໝາກເສິກທຽນທຽນໂດຍມີຜູ້ເຂົ້ຮ່ວມການແຂ່ງຂັນ 66 ຄົນຂອງ 10 ຄະນະຜູ້ແທນຈາກ 9 ປະເທດແລະເຂດແຄວ້ນ, ຈະດຳເນີນການແຂ່ງຂັນແບບນັບຄະແນນເປັນ 7 ຮອບ ເພື່ອຊິງແຊັມໃນ 3 ລາຍການແຂ່ງຂັນ ຄື ການແຂ່ງຂັນຊາຍດ່ຽວ, ຍິງດ່ຽວ ແລະ ທີມເພດຊາຍ.

ການແຂ່ງຂັນຄັ້ງນີ້ຈັດຂຶ້ນໂດຜ່ານທາງອອນລາຍ, ນອກຈາກມາຄົມໝາເສິກຈີນໄດ້ຕັ້ງສະໜາມແຂ່ງຂັນຫຼັກຢູ່ຕຶກທຽນຢວນ ທີ່ເປັນສຳນັກງານໝາກເສິຈີນສາຂາຫາງໂຈ່ວແລ້ວ, ທີມເຂົ້າຮ່ວມການແຂ່ງຂັນຕ່າງໆ ລ້ວນແຕ່ໄດ້ຈັດໃຫ້ມີສະໜາມແຂ່ງຂັນແບບລວມໝູ່ ເພື່ອຮັບປະກັນຄວາມເປັນທຳ ແລະ ອິດທິພົນຂອງການແຂ່ງຂັນຄັ້ງນີ້.