ຮອດທ້າຍເດືອນກໍລະກົດປີນີ້ ລົດໄຟຈີນ-ເອີຣົບໄດ້ເປີດບໍລິການແລ້ວ 57.000 ຂະບວນ

2022-08-21 15:14:48 CRI

ຄະນະກຳມະການການພັດທະນາແລະການປະຕິຮູບແຫ່ງຊາດຈີນ ໄດ້ເຜີຍແຜ່ “ບົດລາຍງານການພັດທະນາຂອງຂະບວນລົດໄຟຈີນ-ເອີຣົບສົກປີ 2021” ໃນວັນທີ 18 ສິງຫານີ້ ໂດຍສະແດງໃຫ້ເຫັນວ່າ: ມາຮອດທ້າຍເດືອນກໍລະກົດປີນີ້, ລົດໄຟຈີນ-ເອີຣົບໄດ້ເປີດບໍລິການມີທັງໝົດ 57.000 ຂະບວນແລ້ວ, ໄດ້ເດີນທາງເຖິງ196 ຕົວເມືອງຂອງ 24 ປະເທດເອີຣົບ, ຂົນສົ່ງເຄື່ອງຂອງ 530 ຕູ້ມາດຕະຖານ, ລວມທັງໝົດມີມູນຄ່າເກືອບ 300 ຕື້ໂດລາສະຫະລັດ, ເຄື່ອງຂອງທີ່ໄດ້ຂົນສົ່ງໄປເອີຣົບໄດ້ກວມເຖິງ 53 ໝວດ, 50.000 ກວ່າຊະນິດ.