ຈີນກາຍເປັນຕະຫຼາດທີ່ນຳໃຊ້ຫຸ່ນຍົນໃຫຍ່ກວ່າໝູ່ຢູ່ໃນໂລກ

2022-08-22 16:21:11 cri


ນັກຂ່າໄດ້ຊາບຂໍ້ມູນຈາກກອງປະຊຸມຫຸ່ນຍົນໂລກ2022ທີ່ຫາກໍ່ອັດລົງໃນວັນທີ21ສິງຫານີ້ວ່າ:ການນຳໃຊ້ຫຸ່ນຍົນຂອງຈີນໄດ້ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ,ຄາດວ່າ ຂະໜາດຕະຫຼາດຫຸ່ນຍົນຂອງຈີນໃນປີ2022ຈະບັນລຸມູນຄ່າເຖິງ17,4ຕື້ໂດລາ,ອັດຕາເພີ່ມຂຶ້ນສະເລ່ຍໃນ5ປີຜ່ານມານີ້ໄດ້ບັນລຸເຖິງ22%ຕໍ່ປີ.

ໃນໄລຍະໄຂກອງປະຊຸມຫຸ່ນຍົນໂລກ2022,ມີວິສາຫະກິດ130ກວ່າແຫ່ງໄດ້ນຳເອົາຜະລິດະພັນ500ກວ່າອັນເຂົ້າຮ່ວມວາງສະແດງ,ເຕັກນິກຫຸ່ນຍົນກຳລັງເລັ່ງລັດເຊື່ອມໂຍງເຂົ້າກັບຂະແໜງການຕ່າງໆ.

   ໃນຫຼາຍໆປີຜ່ານມາ,ຈີນໄດ້ໃຊ້ມາດຕະການຕ່າງໆ ເຊັ່ນ: ວາງແຜນການອຸດສາຫະກຳ,ຊຸກຍູ້ໃຫ້ປະດິດສ້າງໃໝ່ດ້ານເຕັກນິກ, ສ້າງສະຖານທີ່ນຳໃຊ້, ບູລະນະສິ່ງແວດລ້ອມການຕະຫຼາດໃຫ້ດີ ແລະອື່ນໆ ເພື່ອຊຸກຍູ້ອຸດສາຫະກຳຫຸ່ນຍົນໃຫ້ພັດທະນາຂຶ້ນສູ່ລະດັບໃໝ່. ປັດຈຸບັນ ຈີນກາຍເປັນຕະຫຼາດທີ່ນຳໃຊ້ຫຸ່ນຍົນໃຫຍ່ກວ່າໝູ່ຢູ່ໃນໂລກ.