ການແຂ່ງຂັນໝາກເສິກຈີນ-ອາຊຽນ 2022 ອັດລົງແລ້ວ

2022-08-22 10:22:40 cri

ສະມາຄົມໝາກເສິກຈີນແຈ້ງໃຫ້ຮູ້ວ່າ: ວັນທີ 21 ສິງຫານີ້, ພາຍຫຼັງໄດ້ດຳເນີນການແຂ່ງຂັນມາ 7 ຮອບເປັນເວລາ 2 ວັນ, ການແຂ່ງຂັນສາກົນໝາກເສິກຈີນ-ອາຊຽນ 2022 ໄດ້ອັດລົງແລ້ວ, ທີມສະມາຄົມໝາກເສິກຫວຽດນາມ ໄດ້ຄອງແຊ້ມການແຂ່ງຂັນປະເພດໝູ່ຄະນະຊາຍ, ນັກກິລາຂອງທີມສະມາຄົມໝາກເສິກຈີນ ໄດ້ຄອງແຊ້ມການແຂ່ງຂັນປະເພດຊາຍດ່ຽວ ແລະ ຍິງດ່ຽວ.

ການແຂ່ງຂັນຄັ້ງນີ້ ໄດ້ຈັດຂຶ້ນຜ່ານທາງອິນເຕີເນັດ, ນັກກິລາ 66 ຄົນທີ່ມາຈາກ 10 ທີມຂອງຈີນແລະປະເທດສະມາຊິກອາຊຽນ ໄດ້ເຂົ້າຮ່ວມການແຂ່ງຂັນຊິງແຊ້ມໃນ 3 ລາຍການຄື: ຊາຍດ່ຽວ, ຍິງດ່ຽວ ແລະ ໝູ່ຄະນະຊາຍ, ໃນທີ່ສຸດ, ທີມສະມາຄົມໝາກເສິກຫວຽດນາມ ໄດ້ຄອງແຊ້ມປະເພດໝູ່ຄະນະຊາຍ, ທີມສະມາຄົມໝາກເສິກຈີນ ແລະ ມາເລເຊຍ ໄດ້ເປັນທີ 2 ແລະທີ 3 ຕາມລຳດັບ.