ນັບແຕຕົ້ນປີນີ້ມາຂະບວນລົດໄຟຈີນ-ເອີລົບໄດ້ແລ່ນລົດຫຼາຍກວ່າໝື່ນຂະບວນແລ້ວ

2022-08-22 10:52:48 CRI


    ວັນທີ 21 ສິງຫານີ້, ຄຽງຄູ່ກັບຂະບວນລົດໄຟຈີນ-ເອີລົບຈາກນະຄອນຊີ່ອ່ານຂອງຈີນ ຮອດ ນະຄອນຮຳບູກຂອງເຢຍລະມັນໄດ້ເດີນທາງອອກຈາກສະຖານີລົດໄຟສາກົນນະຄອນຊີ່ອ່ານ, ນັບແຕ່ຕົ້ນປີນີ້ມາ, ຂະບວນລົດໄຟຈີນ-ເອີລົບໄດ້ແລ່ນລົດຫຼາຍກວ່າ 1 ໝື່ນຂະບວນແລ້ວ, ບຸກທະລຸໄດ້ໝື່ນຂະບວນກ່ອນເວລາ 10 ມື້ເມື່ອທຽບໃສ່ປີກາຍນີ້. ນັບລວມແລ້ວໄດ້ຂົນສົ່ງສິນຄ້າຈຳນວນ 972.000 ຕູ້ຄອນເທັນເນີມາດຕະຖານ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


    ຂະບວນລົດໄຟຈີນ-ເອີລົບໄດ້ເຊື່ອມຕໍ່ເຂົ້າກັບຂະບວນລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟຈີນ-ລາວ ແລະ ຂະບວນລົດໄຟເສັ້ນທາງໃໝ່ທາງບົກແລະທາງທະເລພາກຕາເວັນຕົກຂອງຈີນຢ່າງສະໜິດແໜ້ນ, ຊຸກຍູ້ການຈໍ່ຕົວເປັນເຄືອຂ່າຍເສັ້ນທາງຢູ່ຕ່າງປະເທດທັງມີຄວາມສະດວກ ແລະ ມີປະສິດທິພາບສູງ,ຂະຫຍາຍໄປສູ່ຫຼາຍທິດທາງ  ເຊື່ອມຕໍ່ກັບທາງທະເລ ແລະ ທາງບົກ.


     ປັດຈຸບັນ, ຂະບວນລົດໄຟຈີນ-ເອີລົບໄດ້ແລ່ນລົດໄຟໄປຮອດ 200 ຕົວເມືອງຂອງ 24 ປະເທດເອີລົບແລ້ວ, ຈາກຈຸດເປັນເສັ້ນ ຈາກເສັ້ນເປັນເຄືອຂ່າຍເທື່ອລະກ້າວ, ເຄືອຂ່າຍການຂົນສົ່ງ ແລະ ການບໍລິການໄດ້ປົກຫຸ້ມທົ່ວເອີລົບ, ສິນຄ້າທີ່ຂົນສົ່ງມີ 5 ໝື່ນກວ່າຊະນິດ ເຊັ່ນ: ເຄື່ອງນຸ່ງຫົ່ມຖື, ລົດຍົນແລະເຄື່ອງໄຫຼ່, ທັນຍາຫານ ແລະ ໄມ້ເປັນຕົ້ນ.