ທ່ານສີຈິ້ນຜິງຢ້ຽມຢາມແຂວງລຽວນິງພາກທີ2: ປະຊາຊົນມີຊີວິດການເປັນຢູ່ທີ່ດີກວ່າເກົ່າແລະມີຄວາມສຸກຫຼາຍກວ່າເກົ່າໃນການພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນໃນຍຸກໃໝ່

2022-08-22 14:30:38 CRI



ລະຫວ່າງວັນທີ 16 ຫາ 17 ສິງຫາ2022, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງລຽວນິງ ທາງພາກຕາເວັນອອກສຽງເໜືອງຂອງຈີນໂດຍເພິ່ນໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການປົວແປງແມ່ນ້ຳ, ວິສາຫະກິດແລະແຫ່ງອື່ນໆ.

 

ຢູ່ໃນໃຈຂອງທ່ານສີຈິ້ນຜິງໄດ້ມີຄວາມຫ່ວງໃຍທີ່ສຸດຕໍ່ປະຊາຊົນຢູ່ສະເໝີ. ການທີ່ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ ເປັນຈຸດເລີ່ມຕົ້ນແລະຈຸດປະສົງໃນການລົງເລິກປະຕິບັດຍຸດທະສາດການພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນ.

 

ໃນການສຳຫຼວດກາວຽກງານຢູ່ແຂວງລຽວນິງໃນຄັ້ງນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມເຂດຊຸມຊົນເກົ່າທີ່ໄດ້ຮັບການປັບປຸງໃໝ່ແຫ່ງໜຶ່ງ, ເພື່ອເບິ່ງວ່າ ເຂດຊຸມຊົນເກົ່າຈະມີໂສມໜ້າໃໝ່ຄືແນວໃດ?

 

ເຂດຊຸມຊົນມູຕ່ານ ຕັ້ງຢູ່ຖະໜົນຊ່ານຖາຍຈື ເມືອງຫວງກູ່ນະຄອນເສີນຢາງ, ສ້າງຕັ້ງຂຶ້ນເມື່ອປີ1983, ມີປະຊາຊົນ 3.000 ກວ່າຄອບຄົວ, ເປັນເຂດຊຸມຊົນເກົ່າທີ່ມີລັກສະນະເປັນຕົວແທນ. ໃນຊຸມປີຜ່ານມານີ້, ຜ່ານຈາກການປັບປຸງ, ເຂດຊຸມຊົນເກົ່າແຫ່ງນີ້ໄດ້ກາຍເປັນເຂດຊຸມຊົນຕົວແບບແຫ່ງການຄຸ້ມຄອງບໍລິຫານຮາກຖານທີ່ມີຊື່ສຽງໂດ່ງດັງຢູ່ທ້ອງຖິ່ນດັ່ງກ່າວ.

 

ຢູ່ກະດານວາງສະແດງຮູບພາບໄດ້ສະແດງໃຫ້ເຫັນໂສມໜ້າອັນເກົ່າແລະອັນໃໝ່ຂອງເຂດຊຸມຊົນມູຕ່ານ, ສະຫາຍນາງຫວາງຮຸ່ຍ ເລຂາຄະນະພັກເຂດຊຸມຊົນ ເວົ້າດ້ວຍຄວາມພາກພູມໃຈວ່າ: “ເສັ້ນທາງແປງໃຫ້ຮາບພຽງແລ້ວ,ດອກໄຟຢູ່ເສົາແຄມທາງຮຸ່ງຂຶ້ນ, ສິ່ງອຳນວຍຄວາມສະດວກທຸກຢ່າງກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ, ເຄື່ອງຫັດກາຍບໍລິຫານແລະສິ່ງອຳນວຍຄວາມສະດວກໃນການພັກຜ່ອນຢ່ອນອາລົມກໍໄດ້ສ້າງຂຶ້ນໃໝ່, ເຂດຊຸມຊົນມີໂສມໜ້າທີ່ສວຍງາມຂຶ້ນ, ປະຊາຊົນທັງຫຼາຍກໍຮູ້ສຶກສົດຊື່ນດີໃຈຫຼາຍເຊັ່ນກັນ.”

 

ສະຫາຍການນຳນະຄອນເສີນຢາງໄດ້ລາຍງານໃຫ້ທ່ານສີຈິ້ນຜິງຊາບວ່າ: ທົ່ວນະຄອນໄດ້ກຳນົດເອົາເຂດຊຸມຊົນເກົ່າ 1.723 ແຫ່ງເປັນເປົ້າໝາຍທີ່ຕ້ອງປັບປຸງ, ເຊິ່ງພົວພັນເຖິງປະຊາຊົນ 770.000 ກວ່າຄອບຄົວ, ປີ2021ຜ່ານມາ ໄດ້ປັບປຸງສຳເລັດແລ້ວ126ແຫ່ງ, ຕາມແຜນການ,ປີ2022ນີ້ຍັງຈະປັບປຸງອີກ475ແຫ່ງ, ແລະຈະພະຍາຍາມສູ້ຊົນປັບປຸງເຂດຊຸມຊົນເກົ່າໃຫ້ສຳເລັດພາຍໃນສອງຫາສາມປີຂ້າງໜ້າ.

 

ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍຕໍ່ວຽກງານດ້ານນີ້, ເພິ່ນເວົ້າວ່າ: “ໂຄງການປັບປຸງເຂດຊຸມຊົນເກົ່າແມ່ນພົວພັນໂດຍກົງກັບການສ້າງຜົນປະໂຫຍດໃຫ້ປະຊາຊົນ ແລະເຮັດໃຫ້ເຂົາເຈົ້າມີຄວາມຮູ້ສຶກວ່າ ມີຄວາມສຸກແລະມີຄວາມປອດໄພ, ເປັນວຽກງານສຳຄັນໃນການປັບປຸງຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ. ພື້ນຖານໂຄງລ່າງຕ່າງໆຕ້ອງສ້າງໃຫ້ຄົບຊຸດແລະປອດໄພ, ລະບົບນ້ຳປະປາ, ໄຟຟ້າ, ແກັສທຳມະຊາດ, ອາຍອຸ່ນ ແລະອື່ນໆຕ້ອງປັບປຸງໃຫ້ດີ, ເພື່ອໃຫ້ປະຊາຊົນຢູ່ເຢັນໃນຍາມຮ້ອນແລະຢູ່ຢ່າງມີຄວາມອົບອຸ່ນໃນຍາມໜາວ, ຕ້ອງຮັບປະກັນຄວາມປອດໄພ, ບໍ່ໃຫ້ເກີດອຸບັດເຫດເດັດຂາດ.”

 

ພື້ນຖານໂຄງລ່າງຕ່າງໆໄດ້ຮັບການປັບປຸງໃຫ້ດີຂຶ້ນແລ້ວ, ຊີວິດດ້ານຈິດໃຈຂອງປະຊາຊົນກໍຕ້ອງພັດທະນາໃຫ້ທ່ວງທັນໄປພ້ອມກັນ.

 



 ຢູ່ຫ້ອງຮຽນສຶກສາແບບມີຄວາມສຸກທີ່ສູນກິດຈະກຳມະຫາຊົນເຂດຊຸມຊົນມູຕ່ານ, ທ່ານສີຈິ້ນຜິງໂອ້ລົມສົນທະນາກັບເດັກນ້ອຍທັງຫຼາຍຢ່າງສະໜິດສະໜົມ

 

ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນສູນກິດຈະກຳມະຫາຊົນເຂດຊຸມຊົນ. ໃນຫ້ອງຮຽນສຶກສາແບບມີຄວາມສຸກ, ພວກເດັກນ້ອຍກຳລັງຮຽນຄວາມຮູ້ດ້ານການບິນແບບຈຳລອງ.

 

ທ້າວ ຫຼວນເຈ່ຍຢຸ້ຍ ທີ່ມີອາຍຸ9ປີແມ່ນຮຽນຢູ່ທີ່ນີ້ມາໄດ້ເຄິ່ງປີແລ້ວ, ຕອນນີ້, ລາວກຳລັງແນມເບິ່ງໜ້າຈໍຄອມພິວເຕີ ໂດຍມືຈັບເຄື່ອງບັງຄັບ “ຂັບເຮືອບິນ” ຢ່າງໃຈຈົດໃຈຈໍ່.

 

ທ່ານສີຈິ້ນຜິງຢືນຢູ່ຄຽງຂ້າງໄດ້ນຳໜ້າຕົບມືຊົມເຊີຍພ້ອມທັງເວົ້າວ່າ: “ດີ, ລົງຈອດໄດ້ຢ່າງສຳເລັດຜົນ, ເຕັກນິກແບບນີ້ຖືວ່າສູງພໍສົມຄວນໃດ!”

 

ທ້າວຫຼວນເຈ່ຍຢຸ້ຍຕອບວ່າ: “ຂອບໃຈພໍ່ເຖົ້າ!”

 

ທ່ານສີຈິ້ນຜິງຖາມວ່າ: “ໃຫຍ່ຂຶ້ນແລ້ວມີອຸດົມການຫຍັງບໍ່?”

 

ທ້າວຫຼວນເຈ່ຍຢຸ້ຍຕອບວ່າ: “ຫຼານຢາກເປັນນັກບິນຜູ້ໜຶ່ງເພື່ອປ້ອງກັນນ່ານຟ້າແລະທະເລຂອງປະເທດຊາດ.”

 

ທ່ານສີຈິ້ນຜິງຍ້ອງຍໍວ່າ: “ດີຫຼາຍ, ມີອຸດົມການທີ່ສູງສົ່ງ!”

 

ທ່ານສີຈິ້ນຜິງເວົ້າດ້ວຍຄວາມປະທັບໃຈວ່າ: “ເບິ່ງແມ້, ພວກເດັກນ້ອຍດຽວນີ້ມີສະຕິກ້າວໜ້າໄປໃຫ້ທ່ວງທັນກັບຍຸກສະໄໝ, ມີຄວາມຮູ້ຄວາມສາມາດຫຼາຍເນາະ.” ໂດຍແນມເບິ່ງໃບໜ້າຂອງຫຼານນ້ອຍທີ່ໜ້າຮັກໃນນາມເປັນຄົນຮຸ່ນໃໝ່ທີ່ເປັນຄວາມຫວັງຂອງປະເທດຊາດໃນອະນາຄົດ, ທ່ານສີຈິ້ນຜິງໄດ້ໃຫ້ກຳລັງໃຈແກ່ເຂົາເຈົ້າວ່າ: “ຂໍອວຍພອນໃຫ້ພວກຫຼານຈົ່ງເຕີບໃຫຍ່ຢ່າງປອດໃສ, ນຳໃຊ້ເວລາຍາມພັກແລ້ງເພື່ອຮຽນຮູ້ໃຫ້ຫຼາຍເດີ.”

 

ຢູ່ຫ້ອງຮັບປະທານອາຫານສຳລັບຜູ້ເຖົ້າເຂດຊຸມຊົນມູຕ່ານ, ທ່ານສີຈິ້ນຜິງໂອ້ລົມສົນທະນາກັບຜູ້ເຖົ້າທັງຫຼາຍຢ່າງສະໜິດສະໜົມ

 

ຕອນນີ້ພໍດີເປັນເວລາອາຫານຄ່ຳ, ຢູ່ສູນບໍລິການເບິ່ງແຍງຜູ້ເຖົ້າເຂດຊຸມຊົນມູຕ່ານ, ກິ່ນອາຫານໄດ້ຫອມກຸ້ມໄປທົ່ວເຮືອນ, ຜູ້ເຖົ້າຈຳນວນໜຶ່ງກຳລັງຮັບປະທານອາຫານຢູ່.

 

ທ່ານສີຈິ້ນຜິງໄດ້ທັກທາຍນຳຄົນທັງຫຼາຍດ້ວຍຮອຍຍີ້ມວ່າ: “ຂ້າພະເຈົ້າມາເບິ່ງວ່າ ພວກສະຫາຍກຳລັງກິນຫຍັງຢູ່.”

 

ອາຫານຄ່ຳມື້ນີ້ມີ ເຂົ້າ, ເຂົ້າໜົມແປ້ງ ກິນກັບອາຫານ4ເຍື່ອງເຊິ່ງລວມທັງແກງເຍື່ອງໜຶ່ງ.

 

ທ່ານສີຈິ້ນຜິງຖາມວ່າ: “ອຸດົມສົມບູນເນາະ! ຄັນໄລ່ຕາມລາຄາທ້ອງຕະຫຼາດ ກໍແພງສົມຄວນເນາະ?”

 

ຜູ້ເຖົ້າທັງຫຼາຍຕອບແບບຄົນລະຄວາມດ້ວຍໃບໜ້າທີ່ເຕັມໄປດ້ວຍຄວາມສຸກວ່າ: “ອາຍຸ60ປີຂຶ້ນໄປ, ອາຫານຊຸດໜຶ່ງ 10 ຢວນ, ອາຍຸ80ປີຂຶ້ນໄປ ແມ່ນ8ຢວນ.” “ຢູ່ໃນເຮືອນຂອງຕົນບໍ່ໄດ້ກິນຫຼາຍເຍືື່ອງແບບນີ້ດອກ, ກິນອາຫານຢູ່ທີ່ນີ້ສະດວກແລະຄຸ້ມຄ່າ.”

 

ທ່ານສີຈິ້ນຜິງເວົ້າກັບພະນັກງານເຂດຊຸມຊົນວ່າ: “ແມ່ນມີຄວາມສະດວກແທ້, ພວກສະຫາຍເຮັດໄດ້ດີຫຼາຍ, ນີ້ຄືແນວຄວາມຄິດທີ່ດີອັນໜຶ່ງ.” ທ່ານສີຈິ້ນຜິງຍັງຊີ້ໃຫ້ເຫັນວ່າ: ສຳລັບເຂດຊຸມຊົນທີ່ມີຜູ້ເຖົ້າຫຼາຍ, ຕ້ອງຮັບປະກັນການບໍລິການໃຫ້ດີເທົ່າທີ່ຄວນ, ສົ່ງເສີມໃຫ້ທ້ອງຖິ່ນທີ່ມີເງື່ອນໄຂພະຍາຍາມເຮັດວຽກເຫຼົ່ານີ້ໃຫ້ດີ.

 

 

ຢູ່ໃນເຮືອນຂອງທ່ານຫຼີສຸຍ ຊາວເຂດຊຸມຊົນມູຕ່ານ, ທ່ານສີຈິ້ນຜິງໄດ້ລົມເລື່ອງລາວກ່ຽວກັບຊີວິດປະຈຳວັນກັບຄອບຄົວຂອງເຂົາເຈົ້າ. ເມື່ອເວົ້າເຖິງການປ່ຽນແປງອັນໃຫຍ່ຫຼວງຂອງເຂດຊຸມຊົນໃນຊຸມປີຜ່ານມານີ້, ທຸກຄົນໃນຄອບຄົວທ່ານຫຼີສຸຍກໍພາກັນເວົ້າສູ່ທ່ານສີຈິ້ນຜິງຟັງວ່າ: “ຜ່ານມາ ສະພາບແວດລ້ອມຂອງເຂດຊຸມຊົນແມ່ນເປີເປື້ອນ,ບໍ່ເປັນລະບຽບ, ດຽວນີ້ມີຄວາມປອດໄພທັງສະອາດງາມຕາຫຼາຍ,ດຳລົງຊີວິດຢູ່ເຂດຊຸມຊົນແຫ່ງນີ້ຮູ້ສຶກວ່າມີຄວາມສຸກ,ອີ່ມໃຈແລະເບີກບານມ່ວນຊື່ນຫຼາຍ.”

 

ເມື່ອທ່ານສີຈິ້ນຜິງຟັງແລ້ວກໍເວົ້າວ່າ: “ໄປຄຽງຄູ່ກັບການພັດທະນາຂອງຍຸກສະໄໝ, ຄວາມປາຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີນັ້ນກໍໄດ້ມີການປ່ຽນແປງຢ່າງບໍ່ຢຸດຢັ້ງ, ພວກເຮົາແມ່ນຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ສົມເຫດສົມຜົນຂອງທຸກຄົນໃຫ້ດີຢ່າງບໍ່ຢຸດຢັ້ງ.”

 

ຢູ່ເດີ່ນໃຫຍ່ຂອງເຂດຊຸມຊົນ, ຊາວເມືອງທັງຫຼາຍໄດ້ພາກັນສົ່ງທາງທ່ານສີຈິ້ນຜິງດ້ວຍສຽງຕົບມືແລະຮ້ອງໂຮຊົມເຊີຍຢ່າງຄຶກຄື້ນ.

 



ໃນເວລາຢ້ຽມຢາມເຂດຊຸມຊົນມູຕ່ານ,ທ່ານສີຈິ້ນຜິງໂອ້ລົມສົນທະນາກັບຊາວເມືອງຢ່າງສະໜິດສະໜົມ

 

ທ່ານສີຈິ້ນຜິງໄດ້ໂອ້ລົມກັບຄົນທັງຫຼາຍໂດຍເວົ້າເຖິງບັນຫາກ່ຽວກັບຜູ້ເຖົ້າແລະເດັກນ້ອຍທີ່ສັງຄົມໃຫ້ຄວາມສົນໃຈໂດຍທົ່ວໄປ, ທ່ານກ່າວວ່າ: “ປະເທດເຮົາໄດ້ເຂົ້າສູ່ສັງຄົມຜູ້ອາຍຸສູງ, ບັນດາຜູ້ເຖົ້າມີອາຍຸຍືນຂຶ້ນເລື້ອຍໆ. ຕ້ອງພັດທະນາວຽກງານຜູ້ອາຍຸສູງແລະຂະແໜງການຜູ້ອາຍຸສູງໃຫ້ມີປະສິດທິຜົນ, ທ້ອງຖິ່ນທີ່ມີເງື່ອນໄຂເອື້ອອຳນວຍຕ້ອງເພີ່ມທະວີການກໍ່ສ້າງສິ່ງອຳນວຍຄວາມສະດວກໃນການບໍລິການລ້ຽງດູຜູ້ເຖົ້າ, ຕັ້ງໜ້າດຳເນີນການບໍລິການລ້ຽງດູຜູ້ເຖົ້າ. ເດັກນ້ອຍທຸກຄົນດຽວນີ້ຕ່າງກໍເປັນສິ່ງທີ່ປະເສີດ, ຕ້ອງເພີ່ມທະວີການລ້ຽງດູ,ສຶກສາອົບຮົມແລະບຳລຸງສ້າງຄົນຮຸ່ນຕໍ່ໄປ,ຮັບປະກັນໃຫ້ເຂົາເຈົ້າມີສຸຂະພາບທັງຮ່າງກາຍແລະຈິດໃຈທີ່ປອດໃສ.”

 

ວຽກງານຈຳນວນຫຼວງຫຼາຍນັບເປັນພັນເປັນໝື່ນວຽກ ເວົ້າລວມແລ້ວກໍແມ່ນວຽກງານທີ່ພົວພັນເຖິງຄອບຄົວເປັນພັນເປັນໝື່ນຄອບຄົວ.

 

ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມດູດດື່ມວ່າ: “ພັກພວກເຮົາເປັນພັກທີ່ຮັບໃຊ້ປະຊາຊົນແລະສ້າງຄວາມຜາສຸກໃຫ້ປະຊາຊົນ. ການເຮັດວຽກທຸກຢ່າງທີ່ປະຊາຊົນເອົາໃຈໃສ່ນັ້ນໃຫ້ດີ ແມ່ນຄວາມປາຖະໜາຮ່ວມຂອງຊາວພັກກອມມູນິດ. ການຈັດຕັ້ງພັກເຂດຊຸມຊົນຕ້ອງຈື່ຈຳຈຸດປະສົງຂອງພັກໃຫ້ໜັກແໜ້ນ, ເພີ່ມທະວີແລະປັບປຸງວຽກງານເຂດຊຸມຊົນ, ເຮັດໃຫ້ປະຊາຊົນຮູ້ສຶກໄດ້ວ່າ: ພັກກອມມູນິດຈີນແມ່ນໄດ້ຮັບໃຊ້ປະຊາຊົນຢ່າງສຸດໃຈ, ເວລາໃດພັກກໍຈະຢູ່ຄຽງຂ້າງປະຊາຊົນຕະຫຼອດ.”

 

ຕອນທ້າຍ,  ທ່ານສີຈິ້ນຜິງໄດ້ກ່າວຄຳອວຍພອນໃຫ້ຊາວເມືອງທັງຫຼາຍວ່າ: “ຂໍອວຍພອນໃຫ້ປະຊາຊົນນະຄອນເສີນຢາງ,ແຂວງລຽວນິງຈົ່ງມີຊີວິດການເປັນຢູ່ທີ່ດີກວ່າເກົ່າ ແລະມີຄວາມສຸກຫຼາຍກວ່າເກົ່າໃນການພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນໃນຍຸກໃໝ່.”