ນາຍົກສິງກະໂປກ່າວຄຳປາໄສເພື່ອສະຫຼອງວັນຊາດ ໂດຍຮຽກຮ້ອງໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ກ້າວໜ້າຮັກສາອະນາຄົດ

2022-08-22 10:40:51 CRI


    ວັນທີ 21 ສິງຫານີ້, ທ່ານຫຼີຊຽນລຸງ ນາຍົກລັດຖະມົນຕີສິງກະໂປໄດ້ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງວັນຊາດຜ່ານທາງໂທລະພາບ ທ່ານໄດ້ສະຫຼຸບປະສົບການທີ່ສິງກະໂປຕ້ານພະຍາດໂຄວິດ-19 ແລະ ຄວາມຕິດສິນໃຈທີ່ຮັກສາອະນາຄົດ.


    ກ່ອນອື່ນ, ທ່ານຫຼີຊຽນລຸງໄດ້ສະແດງຄວາມຂອບໃຈປະຊາຊົນທີ່ອອກແຮງປະສານສົມທົບກັບລັດຖະບານ ຮ່ວມຈິດຮ່ວມໃຈຕ້ານພະຍາດໂຄວິດ-19 ໃນເວລາ 2 ປີປາຍທີ່ຜ່ານມາ. ທ່ານກ່າວວ່າ:ເຊື້ອພະຍາດຍັງປ່ຽນແປງຢູ່ເລື້ອຍໆ, ຫວັງໃຫ້ຄົນທັງຫຼາຍສືບຕໍ່ຮັກສາຄວາມມີສະຕິລະວັງຕົວ.


    ທ່ານຫຼີຊຽນລົງຍັງໄດ້ບັນລະຍາຍຫຼັກໝັ້ນຂອງລັດຖະບານສິງກະໂປຕໍ່ສະຖານະການສາກົນ ແລະ ການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນ, ຮຽກຮ້ອງໃຫ້ປະຊາຊົນປ້ອງກັນບໍ່ໃຫ້ອິດທິກຳລັງທີ່ບໍ່ດີຂອງຕ່າງປະເທດແຊກແຊງວຽກງານພາຍໃນຂອງສິງກະໂປ ເພື່ອຮັບປະກັນອະທິປະໄຕ ແລະ ຄວາມເປັນເອກະລາດຂອງປະເທດຕົນ.

 

    ໂດຍຜະເຊີນໜ້າກັບບັນຫາໄພເງິນເຟີ້ ແລະ ຄ່າໃຊ້ຈ່າຍໃນຊີວິດປະຈຳວັນທີ່ເພີ່ມສູງຂຶ້ນ, ທ່ານຫຼີຊຽນລົງກ່າວວ່າ:ລັດຖະບານໄດນຳໃຊ້ມາດຕະການ, ສະໜອງການຊ່ວຍເຫຼືອທີ່ມີຈຸດໝາຍ ແລະ ອອກແຮງຢ່າງສຸດຂີດເພື່ອຊ່ວຍເຫຼືອປະຊາຊົນໃນທົ່ວປະເທດ.