ຂະບວນລົດໄຟຈີນ-ເອີຣົບໄດ້ກາຍເປັນຂົວຕໍ່ແຫ່ງການຮ່ວມມືຈີນ-ເອີຣົບ

2022-08-22 14:39:18 CRI

ວັນທີ 18 ສິງຫາ 2022 ນີ້, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ເຜີຍແຜ່ “ບົດລາຍງານການພັດທະນາຂະບວນລົດໄຟຈີນ-ເອີຣົບ” ປີ 2021” ໂດຍສະແດງໃຫ້ເຫັນວ່າ, ນັບແຕ່ເປີດນຳໃຊ້ຂະບວນລົດໄຟຈີນ-ເອີຣົບ 11 ປີມານີ້, ນັບລວມແລ້ວ, ແລ່ນໄດ້ຫຼາຍກວ່າ 57.000 ຂະບວນ, ໄດ້ໄປເຖິງ 196 ຕົວເມືອງຂອງ 24 ປະເທດເອີຣົບ, ໄດ້ຂົນສົ່ງຕູ້ຄອນເທນເນີມາດຕະຖານທີ່ບັນທຸກສິນຄ້າ 5,3 ລ້ານກວ່າຕູ້, ລວມມູນຄ່າເກືອບ 300 ຕື້ໂດລາສະຫະລັດ, ໄດ້ຂົນສົ່ງສິນຄ້າ 53 ປະເພດໃຫຍ່ ແລະ ມີ 5 ໝື່ນກວ່າຊະນິດ, ເຊິ່ງໄດ້ກວມເຖິງທຸກດ້ານທີ່ຕ້ອງການໃນຊີວິດການເປັນຢູ່ຂອງປະຊາຊົນໃນປະເທດແລະເຂດແຄວ້ນຕ່າງໆທີ່ລຽບຕາມທາງລົດໄຟ.



ພາຍໃຕ້ສະພາບການທີ່ສະຖານະການສາກົນເກີດມີຄວາມປັ່ນປ່ວນ ແລະ ພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດ, ຂະບວນລົດໄຟຈີນ-ເອີຣົບທີ່ແລ່ນຜ່ານແຜ່ນດິນໃຫຍ່ອາຊີ-ເອີຣົບດັ່ງກ່າວຢ່າງບໍ່ຂາດສາຍ, ບໍ່ພຽງແຕ່ໄດ້ຂົນສົ່ງສິນຄ້າປະເພດຕ່າງໆທີ່ປະເທດລຽບຕາມທາງລົດໄຟຕ້ອງການເທົ່ານັ້ນ, ຫາກຍັງໄດ້ຂົນສົ່ງສິນຄ້າເອີຣົບທີ່ປະຊາຊົນຈີນມັກນັ້ນກັບຄືນສູ່ປະເທດຈີນ. ໃນຂະນະທີ່ຮັບປະກັນຄວາມໂລ່ງລ່ຽນຂອງການຈໍລະຈອນສິນຄ້າສາກົນ ແລະ ຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງສາກົນແລ້ວ, ຍັງໄດ້ຊຸກຍູ້ການໄປມາຫາສູ່ທາງເສດຖະກິດການຄ້າລະຫວ່າງປະເທດຕ່າງໆ ແລະ ເພີ່ມກຳລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງປະເທດທີ່ລຽບຕາມທາງລົດໄຟ.



ການເປີດຂະບວນລົດໄຟຈີນ-ເອີຣົບເຮັດໃຫ້ການຕິດຕໍ່ພົວພັນທາງບົກລະຫວ່າງອາຊີ-ເອີຣົບນັບມື້ນັບແໜ້ນແຟ້ນກວ່າເກົ່າ.

ມາຮອດທ້າຍເດືອນກໍລະກົດປີ 2022, ຂະບວນລົດໄຟຈີນ-ເອີຣົບ ໄດ້ເປີດເສັ້ນທາງຂົນສົ່ງ 82 ສາຍ, ແລ່ນໄປເຖິງ 196 ຕົວເມືອງຂອງ 24 ປະເທດເອີຣົບ, ເຄືອຂ່າຍບໍລິການດ້ານການຂົນສົ່ງໄດ້ປົກຄຸມທົ່ວທະວີບເອີຣົບ. ການປັບປຸງເຄືອຂ່າຍດັ່ງກ່າວໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ເຮັດໃຫ້ຊຸມທາງການຂົນສົ່ງສາກົນໃໝ່ຕ່າງໆ ເຊັ່ນ: ນະຄອນໂລສຂອງປະເທດໂປໂລຍ, ນະຄອນຕຸຍສເບີກຂອງປະເທດເຢຍລະມັນ ໄດ້ເປັນຮູບເປັນຮ່າງຂຶ້ນ, ຍັງໄດ້ເຮັດໃຫ້ເກີດມີສູນຈໍລະຈອນສິນຄ້າ, ສູນອຸດສາຫະກຳ, ສູນການຄ້າ ແລະ ເຂດສວນອຸດສາຫະກຳຕ່າງໆໄດ້ພັດທະນາຢ່າງວ່ອງໄວ ເຊິ່ງໄດ້ສະໜອງໂອກາດປະກອບອາຊີບ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນຂອງປະເທດລຽບຕາມທາງລົດໄຟ. ໃນຖານະເປັນໂຄງການສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຂະບວນລົດໄຟຈີນ-ເອີຣົບກໍໄດ້ກາຍເປັນແບບຢ່າງທີ່ສົມບູນແບບສຳລັບຈີນໃນການເຂົ້າຮ່ວມການຮ່ວມມືສາກົນ.



ໃນອະນາຄົດ, ຂະບວນລົດໄຟຈີນ-ເອີຣົບຈະປົກຄຸມຫຼາຍປະເທດກວ່າເກົ່າແລະ ໄປເຖິງຕົວເມືອງຫຼາຍກວ່າເກົ່າ. ການເປີດຂະບວນລົດໄຟຈີນ-ເອີຣົບຢ່າງບໍ່ຢຸດຢັ້ງ ຈະພິສູດຕໍ່ໂລກວ່າ, ບາດກ້າວປະຕິຮູບຂອງຈີນຈະກ້າວເດີນໄປໜ້າຢ່າງບໍ່ຢຸດຢັ້ງ ແລະ ຈີນກໍຈະເປີດກວ້າງການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັບການແລ່ນຂອງຂະບວນລົດໄຟຈີນ-ເອີຣົບ, ການຄ້າລະຫວ່າງຈີນ-ເອີຣົບ ກໍຈະສືບຕໍ່ເດີນຕາມເສັ້ນທາງພັດທະນາທີ່ມີຄຸນນະພາບສູງ ແລະ ເພີ່ມຄວາມແນ່ນອນ ແລະ ພະລັງທາງບວກທີ່ຫຼາຍກວ່າເກົ່າ ໃຫ້ແກ່ການພັດທະນາຂອງເສດຖະກິດໂລກ.