ຂະບວນລົດໄຟຄວາມໄວສູງຕາມທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເລີ່ມສົ່ງອອກຈາກນະຄອນຊິ່ງເຕົາຂອງຈີນ

2022-08-22 16:19:11 cri

   ວັນທີ21ສິງຫານີ້,ຂະບວນລົດໄຟຄວາມໄວສູງ1ຂະບວນແລະຂະບວນລົດໄຟກວດກາສັງ ລວມ1ຂະບວນທີ່ຈີນຜະລິດຂາຍໃຫ້ອິນໂດເນເຊຍສະເພາະສຳລັບທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງໄດ້ເລີ່ມສົ່ງອອກຈາກທ່າເຮືອຊິ່ງເຕົາຂອງຈີນໄປສູ່ອິນໂດເນເຊຍແລ້ວ,ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນເຖິງການເລີ່ມນຳໃຊ້ຂະບວນລົດໄຟຄວາມໄວສູງທີ່ຈີນຜະລິດສົ່ງອອກເທື່ອທຳອິດຢ່າງເປັນທາງການ.

   ຕາມການແນະນຳໃຫ້ຮູ້ວ່າ:ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ແມ່ນໂຄງການສັນ ຍະລັກໃນການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ແລະການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງຈີນກັບອິນໂດເນເຊຍ,ທັງແມ່ນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງແບບຈີນຢູ່ຕ່າງປະເທດທີ່ມີລະບົບຄົບຖ້ວນ ປັດໄຈຄົບຖ້ວນ ແລະຕ່ອງໂສ້ອຸດສາຫະກຳຄົບຖ້ວນເທື່ອທຳອິດ.  

ການບັນທຸກຂົນສົ່ງຢູ່ທ່າເຮືອຊິ່ງເຕົາເທື່ອນີ້ແມ່ນຂະບວນລົດຂົນສົ່ງງວດທຳອິດທີ່ນຳໃຊ້ໃນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ,ຄາດວ່າຈະໄປຮອດທ່າເຮືອຈາກາຕາຂອງອິນໂດເນເຊຍໃນທ້າຍເດືອນສິງຫານີ້,ແລ້ວຈະຂົນສົ່ງຕໍ່ໄປບັນດຸງຕາມທາງຫຼວງ.

   ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງມີຄວາມຍາວທັງໝົດ142ກິໂລແມັດ,ຄວາມໄວ ສູງສຸດຕາມການອອກແບບແມ່ນ350ກິໂລແມັດຕໍ່ຊົ່ວໂມງ ດ້ວຍເຕັກນິກແລະຕາມມາດຕະຖານຂອງຈີນ,ສ້າງສຳເລັດແລ້ວຈະກາຍເປັນທາງລົດໄຟຄວາມໄວສູງສາຍທຳອິດທີ່ເຊື່ອມຕໍ່ລະຫວ່າງອິນໂດເນເຊຍກັບອາຊີຕາເວັນອອກສຽງໃຕ້.