ຈີນຕອບໂຕ້ຖ້ອຍຄວາມທີ່ຜິດພາດກ່ຽວກັບເຂດໄຕ້ຫວັນ ທີ່ກ່າວໂດຍເອກອັກຄະລັດຖະທູດອາເມຣິກາປະຈຳຈີນ

2022-08-23 14:51:51 cri


ວັນທີ 22 ສິງຫານີ້, ເວັບໄຊກະຊວງການຕ່າງປະເທດຈີນແຈ້ງຂ່າວວ່າ, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ ກ່ຽວກັບຖ້ອຍຄວາມທີ່ຜິດພາດກ່ຽວກັບເຂດໄຕ້ຫວັນຂອງຈີນ ທີ່ກ່າວໂດຍ ທ່ານນີໂຄລັສ ເບີນສ໌ ເອກອັກຄະລັດຖະທູດອາເມຣິກາປະຈຳຈີນ, ໂດຍຊີ້ອອກວ່າ, ອາເມຣິກາໄດ້ບິດເບືອນຄວາມເປັນຈິງ, ມີເຈຕະນາຖິ້ມຄວາມຮັບຜິດຊອບຂອງຕົນໃນການເຮັດໃຫ້ສະຖານະການຢູ່ຊ່ອງແຄບໄຕ້ຫວັນເຄັ່ງຕຶງຂຶ້ນ.


ວັນທີ 19 ສິງຫານີ້, ໃນເວລາໃຫສຳພາດຕໍ່ສຳນັກຂ່າວ CNN, ທ່ານ ນີໂຄລັສ ເບີນສ໌ ເອກອັກຄະລັດຖະທູດອາເມຣິກາປະຈຳຈີນກ່າວວ່າ, ຈີນມີປະຕິກິລິຍາເກີນຈິງ ຕໍ່ບັນຫານາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາໄປຢ້ຽມຢາມເຂດໄຕ້ຫວັນ, ເປັນປັດໃຈສ້າງຄວາມບໍ່ມີສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນ, ເຮັດໃຫ້ການພົວພັນຈີນ-ອາເມຣິກາເກີດວິກິດການ.


ຕໍ່ກັບເລື່ອງນີ້, ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນວ່າ, ແມ່ນຝ່າຍອາເມຣິກາເປັນຜູ້ທ້າທາຍເກາະຜິດກ່ອນ, ແຕ່ຫາກໃສ່ຮ້າຍປ້າຍສີວ່າຈີນມີປະຕິກິລິຍາເກີນຈິງ, ສ້າງວິກິດການຂຶ້ນມາອີກ, ການກະທຳຂອງອາເມຣິກາບໍ່ມີຫຼັກການທີ່ສຸດ, ນາງເປໂລຊີບໍ່ມີຄວາມຮັບຜິດຊອບທີ່ສຸດແລະລັດຖະບານອາເມຣິກາບໍ່ມີຄວາມຮັບຜິດຊອບທີ່ສຸດ.