ກະຊວງການຕ່າງປະເທດຈີນຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາກ່ຽວກັບເຈົ້າຄອງລັດອາເມຣິກາຢ້ຽມຢາມໄຕ້ຫວັນໂດຍບໍ່ໄດ້ຮັບການອະນຸມັດ

2022-08-23 11:13:28 cri

    ວັນທີ 22 ສິງຫານີ້, ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບເຫດການເຈົ້າຄອງລັດອິນດີອັນນາອາເມຣິກາຢ້ຽມຢາມໄຕ້ຫວັນຂອງຈີນໂດຍບໍ່ໄດ້ຮັບການອະນຸມັດ, ໂດຍກ່າວວ່າ: ໄຕ້ຫວັນແມ່ນພາກສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງຜືນແຜ່ນດິນຈີນ. ນັບແຕ່ໃດໆມາ, ບັນຫາໄຕ້ຫວັນກໍແມ່ນບັນຫາທີ່ອ່ອນໄຫວທີ່ສຸດ ແລະ ເປັນແກນກາງທີ່ສຸດໃນການພົວພັນຈີນ-ອາເມຣິກາ. ຈີນໄດ້ເດັດດ່ຽວຄັດຄ້ານອາເມຣິກາດຳເນີນການໄປມາຫາສູ່ກັນແບບທາງການກັບໄຕ້ຫວັນໃນທຸກຮູບແບບ ແລະ ໃນນາມໃດໆຢ່າງສະເໝີຕົ້ນສະເໝີປາຍ, ແລະໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາກ່ຽວກັບທ່ານ ເອຣິກ ໂຮໂຄມ ເຈົ້າຄອງລັດອິນດີອັນນາອາເມຣິກາຢ້ຽມຢາມໄຕ້ຫວັນໂດຍບໍ່ໄດ້ຮັບອະນຸມັດ. ຈີນທວງໃຫ້ຝ່າຍທີ່ກ່ຽວຂ້ອງຂອງອາເມຣິກາ ຈົ່ງເຄົາລົບຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດໃນຖະແຫຼງການຮ່ວມຈີນ-ອາເມຣິກາ 3 ສະບັບ, ຍຸດຕິການໄປມາຫາສູ່ກັນແບບທາງການກັບໄຕ້ຫວັນໃນທຸກຮູບແບບ.