ລັດຖະບານຮັກສາການຂອງມຽນມາເລີ່ມດຳເນີນການເຈລະຈາສັນຕິພາບຮອບທີ2

2022-08-23 14:48:11 cri


ວັນທີ 22 ສິງຫານີ້, ທ່ານມິນອອງລາຍ ນາຍົກລັດຖະມົນຕີຂອງລັດຖະບານຮັກສາການມຽນມາ, ປະທານຄະນະກຳມະການຄຸ້ມຄອງລັດມຽນມາ ໄດ້ຈັດການເຈລະຈາກັບຄະນະຜູ້ແທນກຳລັງປະກອບອາວຸດຊົນເຜົ່າທ້ອງຖິ່ນ, ເຊິ່ງເປັນການເຈລະຈາເທື່ອທຳອິດໃນການເຈລະຈາສັນຕິພາບຮອບທີສອງຂອງລັດຖະບານຮັກສາການມຽນມາ.


ໃນການເຈລະຈາເທື່ອນີ້, ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາຕ່າງໆ, ເຊັ່ນ: ການປະຕິບັດປະຊາທິປະໄຕລະບອບຫຼາຍພັກ, ການບູລະນະລະບອບສະຫະພາບ, ການຮັບປະກັນເອກະລາດຢ່າງເປັນເຈົ້າຕົນເອງ ການພັດທະນາໂດຍສັນຕິແລະອື່ນໆ. ນອກນັ້ນ, ໃນການເຈລະຈາສັນຕິພາບຮອບນີ້, ຈະອະນຸຍາດໃຫ້ຫາລືຄວາມປາດຖະໜາດ້ານການເມືອງແລະວິວັດທະນາການວຽກງານໃນອະນາຄົດຂອງກຳລັງປະກອບອາວຸດຊົນເຜົ່າທ້ອງຖິ່ນຢ່າງເປີດເຜີຍ.


ນັບແຕ່ວັນທີ 20 ພຶດສະພາຫາກາງເດືອນສິງຫາປີນີ້, ລັດຖະບານຮັກສາການຂອງມຽນມາໄດ້ຈັດການເຈລະຈາສັນຕິພາບຮອບທຳອິດກັບຄະນະຜູ້ແທນກຳລັງປະກອບອາວຸດຊົນເຜົ່າທ້ອງຖິ່ນສິບກວ່າກຳລັງແລ້ວ.