ລັດຖະບານຟິລິບປິນສະເໜີແຜນງົບປະມານປີ 2023 ຕໍ່ລັດຖະສະພາ

2022-08-23 10:58:52 CRI

 

   ວັນທີ 22 ສິງຫານີ້, ພາກສ່ວນຄຸ້ມຄອງງົບປະມານຟິລິບປິນໄດ້ສະເໜີແຜນງົບປະມານແຫ່ງລັດປີ 2023 ຕໍ່ລັດຖະສະພາຟິລິບປິນ ມີ ມູນຄ່າ 5.268 ຕື້ເປໂຊ.

ແຜນງົບປະມານສະບັບນີ້ເທົ່າກັບ 22,2% ຂອງຍອດປະລິມານເສດຖະກິດທົ່ວປະເທດຟິລິບປິນ ແລະ ເປັນຈຳນວນ ຫຼາຍກວ່າເກືອບ 5% ເມື່ອທຽບໃສ່ແຜນງົບປະມານປີ 2022.


    ນີ້ແມ່ນລັດຖະບານຟິລິບປິນສະເໜີແຜນງົບປະມານແຫ່ງລັດເປັນເທື່ອທຳອິດ ນັບແຕ່ທ່ານເຟີດີນານດ໌ ໂຣມົວເດສ ມາກ໋ອດປະທານາທິບໍດີຟິລິບປິນຂຶ້ນຮັບຕຳແໜ່ງ ໂດຍມີຈຸດປະສົງເພື່ອຊຸກຍູ້ໃຫ້ເສດຖະກິດພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ. ນອກນີ້, ການສຶກສາ, ພື້ນຖານໂຄງລ່າງ,ຄວາມໝັ້ນຄົງຂອງອາຫານ, ການປິ່ວປົວແລະສຸຂາພິບານ ພ້ອມທັງພະລັງງານແບບສະອາດກໍ່ແມ່ນເນື້ອໃນສຳຄັນຂອງແຜນງົບປະມານປີ 2023.


     ໃນຖະແຫຼງການສະບັບໜຶ່ງທີ່ກ່ຽວຂ້ອງກັບແຜນງົບປະມານດັ່ງກ່າວ, ທ່ານມາກ໋ອດກ່າວວ່າ, ພາກສ່ວນສຶກສາທິການຈະໄດ້ຮັບງົບປະມານຫຼາຍກວ່າໝູ່ ໂດຍມີມູນຄ່າ
852,8 ຕື້ເປໂຊ, ກວມ 16% ຂອງແຜນງົບປະມານທັງໝົດ. ຖັດມາແມ່ນພາກສ່ວນໂຍທາທິການ ກວມ 13%. ການປິ່ນປົວແລະສຸຂາພິບານກວມ 5%, ສະຫວັດດີການທາງສັງຄົມກວມປະມານ 4%. ກະສິກຳຈະໄດ້ຮັບມູນຄ່າ 184,1 ຕື້ເປໂຊ, ເພີ່ມຂຶ້ນ 40% ເມື່ອທຽບໃສ່ແຜນງົບປະມານປີ 2022.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ