ເຊື້ອພະຍາດໝາກສຸກລີງສືບຕໍ່ແຜ່ລະບາດ, ແຕ່ອາເມຣິກາຍັງສືບຕໍ່ໄປຕາມທາງເກົ່າຂອງຕົນໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

2022-08-23 14:51:43 cri

ໃນຫວ່າງມໍ່ໆມານີ້, ຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງຢູ່ອາເມຣິກາສືບຕໍ່ເພີ່ມຂຶ້ນ. ນັບແຕ່ອາເມຣິກາໄດ້ລາຍງານຜູ້ຕິດເຊື້ອພະຍາດໝາກລຸກລີງກໍລະນີທຳອິດໃນກາງເດືອນພຶດສະພາປີ 2022 ນີ້ເປັນຕົ້ນມາ, ເຊື້ອພະຍາດໝາກສຸກລີງໄດ້ສືບຕໍ່ແຜ່ລະບາດຢູ່ອາເມຣິກາຢ່າງວ່ອງໄວ.

ອີງຕາມຂໍ້ມູນຫຼ້າສຸດຈາກສູນປ້ອງກັນ ແລະຄວບຄຸມພະຍາດອາເມຣິກາ ສະແດງໃຫ້ເຫັນວ່າ: ຢູ່ທົ່ວປະເທດອາເມຣິກາ ໄດ້ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ 14.115 ກໍລະນີແລ້ວ, ເປັນປະເທດທີ່ພົບກໍລະນີຕິດເຊື້ອໝາກສຸກລີງຫຼາຍທີ່ສຸດໃນໂລກ. ນອກນີ້, ຜູ້ຊ່ຽວຊານແພດສາດສ່ວນຫຼາຍຂອງອາເມຣິກາເຫັນວ່າ: ທີ່ຈິງແລ້ວ, ຜູ້ຕິດເຊື້ອໝາກສຸກລີງຢູ່ອາເມຣິກາ ແມ່ນຫຼາຍກວ່າຕົວເລກດັ່ງກ່າວອີກ.

ວັນທີ 4 ສິງຫານີ້, ທ່ານຊາເວຍ ເບເຊຣາ ລັດຖະມົນຕີກະຊວງສາທາລະນະສຸກ ແລະບໍລິການສາທາລະນະອາເມຣິກາປະກາດວ່າ: ອາເມຣິກາໄດ້ເຂົ້າສູ່ພາວະສຸກເສີນດ້ານສາທາລະນະສຸກຍ້ອນການແຜ່ລະບາດຂອງເຊື້ອພະຍາດໝາກສຸກລີງ, ຫວັງວ່າປະຊາຊົນອາເມຣິກາທຸກຄົນ ຈະໃຫ້ຄວາມສຳຄັນຕໍ່ເຊື້ອພະຍາດໝາກສຸກລີງ. ແຕ່ວ່າ, ເວັບໄຊ Politico8 ຂອງອາເມຣິກາ ທີ່ເປັນສື່ມວນຊົນການເມືອງທີ່ມີຊື່ສຽງ ໄດ້ລົງຂ່າວໜຶ່ງໃນວັນທີ 18 ສິງຫານີ້ ໂດຍລາຍງານວ່າ: ຢູ່ໃນຄັງສະສົມເຄື່ອງຍຸດທະສາດແຫ່ງຊາດອາເມຣິກາ ຫຼື SNS ບໍ່ໄດ້ເກັບວັກຊີນໝາກສຸກລີງສຳຮອງຢ່າງພຽງພໍ ເຊິ່ງສະແດງວ່າ ກຸ່ມຄົນທີ່ມີຄວາມສ່ຽງສູງໃນການຕິດເຊື້ອພະຍາດໝາກສຸກລີງຈຳນວນເກືອບລ້ານຄົນຢູ່ອາເມຣິກາ ຈະບໍ່ສາມາດໄດ້ຮັບການປ້ອງກັນເຊື້ອພະຍາດຢ່າງມີປະສິດທິຜົນ ຜ່ານການສັກວັກຊີນໄດ້.

ໃນດ້ານການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໝາກສຸກລີງ, ລະບົບສາທາລະນະສຸກຂອງອາເມຣິກາ ໄດ້ເຜີຍແບໃຫ້ເຫັນເຖິງບັນຫາຕ່າງໆ ເຊັ່ນ: ຈຳນວນວັກຊີນບໍ່ພຽງພໍ, ການກວດຫາເຊື້ອພະຍາດມີຄວາມຊັກຊ້າ, ເຊື້ອພະຍາດແຜ່ລະບາດຢ່າງວ່ອງໄວ, ຂໍ້ມູນດ້ານການແຜ່ລະບາດຂອງເຊື້ອພະຍາດບໍ່ມີຄວາມໂປ່ງໃສ ເຊິ່ງໄດ້ເຮັດໃຫ້ປະຊາຊົນເກີດມີຄວາມເປັນຫ່ວງ, ນະໂຍບາຍປ້ອງກັນພະຍາດຂອງລັດຕ່າງໆກົດໜ່ວງຖ່ວງຕຶງເຊິ່ງກັນແລະກັນ ແລະອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ເວັບໄຊຂອງໜັງສືພິມ The Boston Globe ຂອງອາເມຣິກາ ໄດ້ລົງບົດຄວາມໃນວັນທີ 15 ສິງຫານີ້ ໂດຍຂຽນວ່າ: ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໝາກສຸກລີງ, ພວກເຈົ້າໜ້າທີ່ສາທາລະນະສຸກ ແລະຜູ້ນຳວົງການການເມືອງຂອງອາເມຣິກາ ໄດ້ກະທຳຜິດພາດອີກເທື່ອໜຶ່ງ ໃນທຸກເລື່ອງທີ່ຕົນໄດ້ກະທຳຜິດພາດໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນປີ 2020.

ອາເມຣິກາປະກາດເຂົ້າສູ່ພາວະສຸກເສີນດ້ານສາທາລະນະສຸກໃນເທື່ອກ່ອນ ແມ່ນຢູ່ໃນເດືອນມັງກອນປີ 2020 ເຊິ່ງແມ່ນເພື່ອຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ໃນສອງປີປາຍທີ່ຜ່ານມາ, ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາ ໄດ້ບັນລຸຫຼາຍກວ່າ 93.000.000 ກໍລະນີ, ຜູ້ເສຍຊີວິດມີຫຼາຍກວ່າ 1.040.000 ຄົນ.

ບໍ່ວ່າແມ່ນເຊື້ອພະຍາດໂຄວິດ-19 ຫຼືແມ່ນເຊື້ອພະຍາດໝາກສຸກລີງ, ຕ່າງກໍໄດ້ເຜີຍແບໃຫ້ເຫັນເຖິງຈຸດອ່ອນທຸກຈຸດຂອງລະບົບສາທາລະນະສຸກຂອງອາເມຣິກາ. ເມື່ອປະເຊີນໜ້າກັບການແຜ່ລະບາດຂອງເຊື້ອພະຍາດໝາກສຸກລີງຢ່າງວ່ອງໄວ, ລະບົບສາທາລະນະສຸກຂອງອາເມຣິກາຈະປະສົບຄວາມຫຼົ້ມເຫຼວອີກເທື່ອໜຶ່ງຫຼືບໍ, ເຊື່ອວ່າການເວລາຈະໃຫ້ຄຳຕອບ.