ທ່ານສີຈີ້ນຜິງສົ່ງສານຢື້ຢາມຖາມຂ່າວທ່ານຟູມີໂອ ກິຊິດະ ນາຍົກຍີ່ປຸ່ນ

2022-08-23 10:52:16 CRI

ວັນທີ 22 ສິງຫານີ້, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານຟູມີໂອ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນເພື່ອຢື້ຢາມຖາມຂ່າວທ່ານກິຊິດະຕິດເຊື້ອພະຍາດໂຄວິດ-19.


     ເນື້ອໃນສານຂອງທ່ານສີຈີ້ນຜິງລະບຸວ່າ, ໂດຍໄດ້ຮູ້ຂ່າວທ່ານນາຍົກກິຊິດະຕິດເຊື້ອພະຍາດໂຄວິດ-19, ຂ້າພະເຈົ້າຂໍສະແດງຄວາມຢື້ຢາມຖາມຂ່າວຕໍ່ທ່ານຢ່າງຈິງໃຈ, ຫວັງໃຫ້ທ່ານຟື້ນຟູສຸຂະພາບໂດຍໄວ. ປີນີ້ແມ່ນການພົວພັນຈີນ-ຍີ່ປຸ່ນຫັນເປັນປົກກະຕິຄົບຮອບ 50 ປີ, ຂ້າພະເຈົ້າຍິນດີຮ່ວມກັບທ່ານ ຊຸກຍູ້ສ້າງການພົວພັນຈີນ-ຍີ່ປຸ່ນທີ່ສອດຄ່ອງກັບຄວາມຕ້ອງການຂອງຍຸກສະໄໝໃໝ່.


    ມື້ດຽວກັນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນກໍ່ໄດ້ສົ່ງສານເພື່ອສະແດງຄວາມຢື້ຢາມຖາມຂ່າວຕໍ່ທ່ານຟູມີໂອ ກິຊິດະເຊັ່ນດຽວກັນ.