ທ່ານນາງຊຸ່ນຊູ່ນລານ ຮອງນາຍົກຈີນກ່າວຄຳປາໄສໃນພິທີເປີດສັບປະດາແລກປ່ຽນດ້ານການສຶກສາຈີນ-ອາຊຽນ2022

2022-08-24 11:56:57 cri

ສັບປະດາແລກປ່ຽນດ້ານການສຶກສາຈີນ-ອາຊຽນ2022ໄດ້ໄຂຂຶ້ນຢູ່ນະຄອນກຸ້ຍຢາງຈີນໃນວັນທີ23ສິງຫານີ້ ໂດຍມີທ່ານນາງຊຸ່ນຊູ່ນລານ ຮອງນາຍົກລັດຖະມົນຕີຈີນເຂົ້າຮ່ວມແລະກ່າວຄຳປາໄສຜ່ານທາງວິດີໂອ.

   ທ່ານນາງຊຸ່ນຊູ່ນລານຊີ້ອອກວ່າ: ນັບຕັ້ງແຕ່ກົນໄກສັບປະດາແລກປ່ຽນດ້ານການສຶກສາຈີນ-ອາຊຽນສ້າງຕັ້ງຂຶ້ນເປັນເວລາ15ປີມານີ້ ໄດ້ຮັບໝາກຜົນອັນອຸດົມສົມບູນໃນການໄປມາຫາສູ່ກັນດ້ານບຸກຄະລາກອນ, ການແລກປ່ຽນດ້ານການສຶກສາ, ການປະສານງານໃນການຄົ້ນຄວ້າທາງວິທະຍາສາດ ແລະອື່ນໆ. ຈີນຍິນດີພ້ອມກັບບັນດາປະເທດໃນອາຊຽນ,ຮ່ວມກັນວາງແຜນຜັງແລະກຳນົດການຮ່ວມມືດ້ານການພັດທະນາການສຶກສາທີ່ອວ່າຍໜ້າໄປສູ່ປີ2023,ຊຸກຍູ້ໃຫ້ສ້າງຕັ້ງປະຊາຄົມຮ່ວມການສຶກສາຈີນ-ອາຊຽນທີ່ມີການປະດິດສ້າງໃໝ່,ກວມລວມແລະແບບຍືນຍົງ ເພື່ອສ້າງພະລັງແຮງໃໝ່ໃຫ້ແກ່ການພັດທະນາການພົວພັນລະຫວ່າງສອງຝ່າຍ.