ປະທານາທິບໍດີໂປໂລຍຢ້ຽມຢາມນະຄອນຫຼວງກີແອັບຂອງອູແກຣນອີກເທື່ອໜຶ່ງ

2022-08-24 10:35:42 CRI

 

   ວັນທີ 23 ສິງຫານີ້, ທຳນຽບປະທານາທິບໍດີໂປໂລຍອອກແຈ້ງການຮ່ວມຜ່ານສື່ສັງຄົມອອນລາຍວ່າ:ໂດຍຕອບສະໜອງຕາມຄຳເຊີນຂອງທ່ານວູລາຈີເມຍ ເຊລຽນສະກີ ປະທານາທິບໍດີອູແກຣນ, ທ່ານອັນເດຣອີ ດູດາ ປະທານາທິບໍດີໂປໂລຍໄດ້ເດີນທາງຮອດນະຄອນຫຼວງກີແອັບໃນມື້ດຽວກັນ, ສອງປະເທດຈະຈັດການເຈລະຈາກ່ຽວກັບຫົວຂໍ້

ຕ່າງໆ ເຊັ່ນ: ສະຖານະການອູແກຣນ, ການສະໜັບສະໜູນຕໍ່ອູແກຣນໃນດ້ານການທະຫານ, ເສດຖະກິດ ແລະ ມະນຸດສະທຳ ພ້ອມທັງການຮ່ວມມືລະຫວ່າງສອງປະເທດເປັນຕົ້ນ. ນອກນີ້, ທ່ານດູດາຍັງຈະເຂົ້າຮ່ວມກອງປະຊຸມສຸດຍອດ“ເວທີກຣືມ”.


 

     ທ່ານອັນເດຣອີ ດູດາຢ້ຽມຢາມອູແກຣນເທື່ອນີ້ມີຂຶ້ນກ່ອນວັນປະກາດເອກະລາດຂອງອູແກຣນ, ນີ້ແມ່ນການພົບປະກັນລະຫວ່າງປະມຸກລັດສອງປະເທດເປັນເທື່ອທີ 5 ແລະ ແມ່ນທ່ານປະທານາທິບໍດດູດາຢ້ຽມຢາມນະຄອນຫຼວງກີແອັບເປັນຄັ້ງທີ 3 ນັບແຕ່ຣັດເຊຍ ກັບ ອູແກຣນເກີດການປະທະກັນ.