ອຸດສາຫະກຳເຕົ້າໂຮມຢູ່ພາກກາງ ແລະ ພາກຕາເວັນຕົກຂອງຈີນ

2022-08-24 16:18:19 CRI

 

ເມື່ອສະຫຼຸບຂໍ້ມູນຂອງຫົວໜ່ວຍຕະຫຼາດທີ່ລົງທະບຽນໃໝ່ຢູ່ 338 ຕົວເມືອງຂອງຈີນໃນ 10 ປີຜ່ານມາແລ້ວເຫັນວ່າ, ໃນ 10 ປີຜ່ານມາ, ຫົວໜ່ວຍຕະຫຼາດໃນຂົງເຂດອຸດສາຫະກຳການຜະລິດແບບດັ້ງເດີມ ແລະ ອຸດສາຫະກຳໃໝ່ທີ່ມີລັກສະນະຍຸດທະສາດໄດ້ເພີ່ມຂຶ້ນຫຼາຍກວ່າ 4 ເທົ່າ.

 



ເມື່ອສັງເກດອຸດສາຫະກຳໃໝ່ທີ່ມີລັກສະນະຍຸດທະສາດແລ້ວເຫັນວ່າ, ໃນ 10 ປີທີ່ຜ່ານມາ, ກຸ່ມອຸດສາຫະກຳຜະລິດເຄື່ອງຈັກ, ກຸ່ມອຸດສາຫະກຳພະລັງງານໃໝ່ ແລະ ອື່ນໆໄດ້ແຜ່ຂະຫຍາຍຈາກເຂດແຄມທະເລທາງພາກຕາເວັນອອກ ໄປສູ່ເຂດໃນ ຂອງຈີນເທື່ອລະກ້າວ, ພອ້ມທັງໄດ້ພັດທະນາເປັນກຸ່ມອຸດສາຫະກຳໃໝ່ຢູ່ພາກກາງ ແລະ ພາກຕາເວັນຕົກຂອງຈີນ.

 


ໃນ 10 ປີທີ່ຜ່ານມາ, ຫຼາຍຕົວເມືອງຢູ່ພາກກາງ ແລະ ພາກຕາເວັນຕົກຂອງຈີນໄດ້ພັດທະນາຢ່າງວ່ອງໄວ. ໂດຍຜ່ານຮູບຖ່າຍແຜນທີ່ທາງດາວທຽມ, ຈະເຫັນໄດ້ການປ່ຽນແປງອັນພົ້ນເດັ່ນຂອງຕົວເມືອງ.

 

ໃນ 10 ປີທີ່ຜ່ານມາ, ຍຸດທະສາດການພັດທະນາພາກຕ່າງໆຂອງຊາດ ເຮັດໃຫ້ເຂດໃນທາງພາກກາງ ແລະ ພາກຕາເວັນຕົກຂອງຈີນໄດ້ກາຍເປັນແນວໜ້າທີ່ເປີດປະຕູສູ່ພາຍນອກ. ເມື່ອຟ້າຄ່ຳລົງ, ການປ່ຽນແປງແບບນີ້ມີຄວາມພົ້ນເດັ່ນຂຶ້ນຕື່ມ, ຜ່ານລະບົບວິເຄາະຂໍ້ມູນໂດຍສຳຜັດແສງສະຫວ່າງຍາມກາງຄືນຂອງສະຖາບັນວິທະຍາສາດແຫ່ງຊາດຈີນຈະເຫັນໄດ້ວ່າ, ຢູ່ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງທາງພາກຕາເວັນຕົກສຽງເໜືອ, ແຂວງຢຸນນານທາງພາກຕາເວັນຕົກສຽງໃຕ້, ເນື້ອທີ່ທີ່ມີແສງສະຫວ່າງໃນຍາມກາງຄືນລ້ວນແຕ່ໄດ້ກວມຫຼາຍກວ່າ 80%.

 

ຮູບແສງສະຫວ່າງຍາມກາງຄືນໄດ້ເປັນສັກຂິພິຍານໃຫ້ແກ່ຄວາມພະຍາຍາມຂອງປະຊາຊົນຈີນໃນໄລຍະຜ່ານມາ, ໂດຍໄດ້ເປີດຄວາມຫວັງໃໝ່ຂອງປະຊາຊົນຈີນພາກກາງ ແລະ ພາກຕາເວັນຕົກທີ່ສະແຫວງຫາຊີວິດອັນດີງາມ.