ອົງການຢູນີເຊັຟຂອງສະຫະປະຊາຊາດແຈ້ງໃຫ້ຮູ້ວ່າ:ໄພແຫ້ງແລ້ງອັນຮ້າຍແຮງຢູ່ເຂົາອາຟຣິກາສ້າງຜົນສະທ້ອນຕໍ່ເດັກນ້ອຍອາຟຣິກາຢ່າງໜ້ອຍ 10 ລ້ານຄົນ

2022-08-24 10:21:08 CRI

   ວັນທີ 22 ສິງຫານີ້, ອົງການຢູນີເຊັຟຂອງສະຫະປະຊາຊາດແຈ້ງໃຫ້ຮູ້ວ່າ, ໃນໄລຍະໜຶ່ງມານີ້, ຈຳນວນເດັກນ້ອຍອາຟຣິກາທີ່ພວມຜະເຊີນໜ້າກັບບັນຫາອຶດອາຫານ, ຂາດທາດບຳລຸງ ແລະ ອຶດນ້ຳອັນຮ້າຍແຮງທີ່ສຸດຍ້ອນໄພແຫ້ງແລ້ງຢູ່ເຂົາ ຂອງອາຟຣິກາ” ໄດ້ເພີ່ມຈາກ 7.250.000 ຄົນຂຶ້ນເປັນຢ່າງໜ້ອຍ 10 ລ້ານຄົນ. ປັດຈຸບັນ, ຢູ່ເອທີໂອປີ, ເຄັນຢາ ແລະ ໂຊມາລີມີເດັກນ້ອຍຫຼາຍກວ່າ 1.700.000ຄົນຕ້ອງການການປິ່ນປົວສຸກເສີນຍ້ອນ “ຂາດທາດບຳລຸງຢ່າງຮ້າຍແຮງ”. ຖ້າໃນຫຼາຍອາທິດຕໍ່ໜ້າຍັງບໍ່ມີຝົນຕົກ, ຈຳນວນດັ່ງກ່າວອາດຈະເພີ່ມຂຶ້ນຮອດ 2.000.000ຄົນ.



    “ເຂົາອາຟຣິກາ” ຕັ້ງຢູ່ພາກຕາເວັນອອກທະວີບອາຟຣິກາ, ລວມທັງ8 ປະເທດ ຄື:ຈີປູຕີ, ອີຮີເຕຣຍ, ເອທີໂອປີ,ເຄັນຢາ,ໂຊມາລີ, ສາທາລະນະລັດຊູດັງ, ຊູດັງແລະ ອູກັນດາ. ຍ້ອນເຂດນີ້ຄ້າຍຄືນໍແຮດ ຈິ່ງມີຊື່ວ່າ “ເຂົາຂອງອາຟຣິກາ” .