ຈີນ:ເດັດດ່ຽວຄັດຄ້ານນັກການເມືອງແລະສະມາຊິກລັດຖະສະພາສ່ວນໜຶ່ງຂອງຍິ່ປຸ່ນຢ້ຽມຢາມເຂດໄຕ້ຫວັນຂອງຈີນ

2022-08-24 11:58:27 cri

ວັນທີ23ສິງຫານີ້,ທ່ານໝ້າສຽວກວ່າງ ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວວ່າ: ນັກການເມືອງແລະສະມາຊິກສະພາສ່ວນໜຶ່ງຂອງຍິ່ປຸ່ນຢ້ຽມຢາມເຂດໄຕ້ຫວັນຂອງຈີນ,ແມ່ນສະແຫວງຫາຜົນປະໂຫຍດສ່ວນຕົວດ້ານການເມືອງ,ຈີນໄດ້ຄັດຄ້ານຢ່າງເດັດຂາດຕໍ່ກັບເລື່ອງນີ້.


ມີນັກຂ່າວຖາມວ່າ:ຫວ່າງມໍ່ໆມານີ້ ນາງ ໄຊ້ຢິ່ງເວີນ ຜູ້ນຳເຂດໄຕ້ຫວັນຂອງຈີນໃຫ້ສຳພາດຕໍ່ສື່ມວນຊົນຍີ່ປຸ່ນໂດຍປ່າວປະກາດວ່າໃຫ້ລົງເລິກການພົວພັນໄຕ້ຫວັນ-ຍີ່ປຸ່ນ. ຕໍ່ມາ ທ່ານຟຸຣຸຢະ ເຄອິຈິ ສະມາຊິກລັດຖະສະພາຍິ່ປຸ່ນຢ້ຽມຢາມເຂດໄຕ້ຫວັນ.ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?


ທ່ານໝ້າສຽວກວ່າງກ່າວວ່າ: ພວກຂ້າພະເຈົ້າໄດ້ທວງໃຫ້ບຸກຄົນເຫຼົ່ານີ້ຂອງຍີ່ປຸ່ນຈົ່ງຖອດຖອນບົດຮຽນດ້ານປະຫວັດສາດ,ຮັບຮູ້ຢ່າງເຕັມສ່ວນຕໍ່ຄວາມອ່ອນໄຫວຂອງບັນຫາໄຕ້ຫວັນ,ຮູ້ແຈ້ງຄວາມຈິງທີ່ວ່າຢູ່ໃນໂລກນີ້ມີພຽງແຕ່ປະເທດຈີນດຽວເທົ່ານັ້ນແລະໄຕ້ຫວັນເປັນພຽງພາກສ່ວນໜຶ່ງຂອງຈີນ,ໃຊ້ການກະທຳຕົວຈິງໃນການເຄົາລົບຫຼັກການຈີນດຽວແລະນ້ຳໃຈຂອງເອກະສານການເມືອງ4ສະບັບລະຫວ່າງຈີນກັບຍີ່ປຸ່ນ,ມີກິລິຍາວາຈາທີ່ລະມັດລະວັງໃນບັນຫາກ່ຽວກັບໄຕ້ຫວັນ.