ອັດຕາເງິນເຟີ້ຢູ່ສິງກະໂປເພີ່ມສູງຂຶ້ນຢ່າງຕໍ່ເນື່ອງໃນເດືອນກໍລະກົດແລ້ວນີ້ ສ້າງສະຖິຕິສູງສຸດໃນຮອບ 13 ປີຜ່ານມາ

2022-08-24 10:50:59 CRI


    ວັນທີ 23 ສິງຫານີ້, ອົງການຄຸ້ມຄອງການທະນາຄານ ຮ່ວມກັບ ກະຊວງການຄ້າແລະອຸດສາຫະກຳສິງກະໂປໄດ້ປະກາດແຈ້ງການຮ່ວມໂດຍລະບຸວ່າ: ອັດຕາເງິນເຟີ້ແກນກາງ ແລະ ອັດຕາເງິນເຟີ້ໂດຍລວມຢູ່ສິງກະໂປລ້ວນແຕ່ເພີ່ມສູງຂຶ້ນໃນເດືອນກໍລະກົດແລ້ວນີ້ ໂດຍສ້າງສະຖິຕິສູງສຸດໃນຮອບ 13 ປີຜ່ານມາ.ໃນນັ້ນ, ອັດຕາເງິນເຟີ້ແກນກາງບັນລຸເຖິງ 4,8%, ສູງກວ່າ 4,4% ໃນເດືອນມິຖຸນາປີນີ້, ສ່ວນອັດຕາເງິນເຟີ້ໂດຍລວມບັນລຸເຖິງ 7%, ສູງກວ່າ6,7% ໃນເດືອນມິຖຸນາປີນີ້.

 


    ແຈ້ງການຮ່ວມລະບຸຕື່ມຮູ້ວ່າ: ສາເຫດຕົ້ນຕໍຂອງໄພເງິນເຟີ້ແມ່ນຍ້ອນລາຄາອາຫານ, ພະລັງງານໄຟຟ້າ ແລະ ອາຍແກັສທຳມະຊາດເພີ່ມສູງຂຶ້ນ. ໃນນັ້ນ, ລາຄາອາຫານເພີ່ມຂຶ້ນ 6,1%, ພະລັງງານໄຟຟ້າແລະ ອາຍແກັສທຳມະຊາດເພີ່ມຂຶ້ນ 24%. ຄ່າເຊົ່າເຮືອນເພີ່ມຂຶ້ນຢ່າງຕໍ່ເນື່ອງເຮັດໃຫ້ລາຄາເຮືອນຢູ່ເພີ່ມຂຶ້ນ 4,6%, ລາຄາລົດຍົນເພີ່ມຂຶ້ນເຮັດໃຫ້ຄ່າໃຊ້ຈ່າຍທີ່ບໍ່ແມ່ນຄົມມະນາຄົມສາທາລະນະເພີ່ມຂຶ້ນ 22,2%. ຄາດວ່າ, ອັດຕາເງິນເຟີ້ຢູ່ສິງກະໂປຍັງຈະເພີ່ມສູງຂຶ້ນອີກໃນຫຼາຍເດືອນຕໍ່ໜ້າ, ແຕ່ອາດຈະເລີ່່ມຫຼຸດລົງໃນທ້າຍປີນີ້.

 

    ອົງການຄຸ້ມຄອງການທະນາຄານ ແລະ ກະຊວງການຄ້າແລະອຸດສາຫະກຳສິງປະໂປຄາດວ່າ, ອັດຕາເງິນເຟີ້ໂດຍລວມໝົດປີນີ້ຈະຮັກສາຢູ່ລະດັບ 5% ຫາ 6%, ສ່ວນອັດຕາເງິນເຟີ້ແກນກາງຈະຢູ່ລະດັບ 3% ຫາ 4%.