ເລີ່ມຈັດການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 120

2022-08-24 10:26:08 cri

ວັນທີ 23 ສິງຫານີ້, ເຮືອບັງຄັບໃຊ້ກົດໝາຍຂອງຈີນ 3 ລຳໄດ້ອອກເດີນທາງຈາກທ່າກຳປັ່ນຂອງກິ່ງແຂວງສິບສອງພັ່ນນາ, ແຂວງຢູນນານ, ປະເທດຈີນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 120 ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ.

ຕາມແຜນການເຄື່ອນໄຫວ, ພາຍໃນເວລາ 4 ວັນ 3 ຄືນ, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວ ໄດ້ສົ່ງກຳປັ່ນລວມ 5 ລຳເຂົ້າຮ່ວມການເຄື່ອນໄຫວຄັ້ງນີ້. ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງຝ່າຍຕ່າງໆ ຈະປະຕິບັດຕາມຄວາມຮຽກຮ້ອງຕ້ອງການໃນການຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ນຳໃຊ້ຮູບການທີ່ບໍ່ສຳຜັດກັນເພື່ອດຳເນີນການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຢູ່ບາງຕອນຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.