ປະຊາຊົນອັຟການິສຖານຟື້ນຟູຊີວິດສັນຕິພາບຢ່າງລຳບາກ ພາຍຫຼັງກອງທະຫານອາເມຣິກາຖອນອອກໄປຄົບຮອບ 1 ປີ

2022-08-24 15:15:42 CRI

ວັນທີ 16 ສິງຫາປີ 2021, ຄຽງຄູ່ກັບເຮືອບິນຂົນສົ່ງລຳສຸດທ້າຍຂອງກອງທະຫານອາເມຣິກາໄດ້ໂຕນໜີອອກຈາກສະໜາມບິນສາກົນກາບູນຢ່າງຟ້າວຟັ່ງ, ກອງທະຫານອາເມຣິກາໄດ້ສິ້ນສຸດການເຮັດສົງຄາມທີ່ຍືດເຍືອມາເປັນເວລາ 20 ປີຢູ່ອັຟການິສຖານ, ປະຊາຊົນອັຟການິສຖານທີ່ຕົກຢູ່ໃນພາວະເສິກສົງຄາມເປັນໄລຍະຍາວນານກໍໄດ້ຟື້ນຟູສັນຕິພາບໃນທີ່ສຸດ.

ວັນທີ 15 ສິງຫາຜ່ານມານີ້, ນະຄອນຫຼວງກາບູນ ແລະ ແຫ່ງຕ່າງໆຂອງອັຟການິສຖານໄດ້ຈັດກິດຈະກຳລະນຶກທີ່ມີຂະໜາດຕ່າງກັນ ເພື່ອສະເຫຼີມສະຫຼອງການຫຼຸດພົ້ນອອກຈາກການຢຶດຄອງຂອງອາເມຣິກາ ແລະ ພັນທະມິດຂອງເຂົາຄົບຮອບ 1 ປີ. ປະຊາຊົນອັຟການິສຖານລ້ວນແຕ່ໄດ້ສະແດງຄວາມມ່ວນຊື່ນຕໍ່ສັນຕິພາບທີ່ໄດ້ໝູນວຽນກັບຄືນມາໃໝ່. ທ່ານບາຣຳ ພະນັກງານທີ່ເຮັດວຽກກັບລັດຖະບານຊຸດກ່ອນຂອງອັຟການິສຖານກ່າວວ່າ: “ປະຊາຊົນອັຟການິສຖານທຸກຖ້ວນໜ້າ, ໂດຍສະເພາະແມ່ນປະຊາຊົນນະຄອນຫຼວງກາບູນ, ລ້ວນແຕ່ໄດ້ສະເຫຼີມສະຫຼອງມື້ບຸນເອກະລາດດັ່ງກ່າວ, ມັນໄດ້ເປັນສັນຍະລັກໃຫ້ແກ່ການຖອນອອກຈາກອັຟການິສຖານຂອງກອງທະຫານອາເມຣິກາ, ຄົນທັງຫຼາຍລ້ວນແຕ່ດີໃຈຫຼາຍ.”

ອັຟການິສຖານຫາກໍ່ຫຼຸດພົ້ນອອກຈາກພາວະເສິກສົງຄາມ ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກຕ່າງໆນານາ: ອົງການກໍ່ການຮ້າຍຍັງຄົງຕົວຢູ່, ອາເມຣິກາລົງໂທດອັຟການິສຖານ ແລະ ອາຍັດທຶນ 7 ຕື້ໂດລາສະຫະລັດຂອງທະນາຄານກາງອັຟການິສຖານ, ຂາດທັນຍາຫານ, ຂາດນ້ຳໃຊ້ນ້ຳກິນ, ຂາດໄຟຟ້າ, ພື້ນຖານໂຄງລ່າງຍັງຕ້ອງການກໍ່ສ້າງ ແລະ ປັບປຸງໃຫ້ດີຂຶ້ນ ແລະອື່ນໆ, ແຕ່ດີຢູ່ບ່ອນວ່າ, ຄົນທັງຫຼາຍບໍ່ຕ້ອງເປັນຫ່ວງອີກໃນເວລາຍ່າງອອກຈາກປະຕູເຮືອນ, ເວົ້າສຳລັບປະຊາຊົນອັຟການິສຖານແລ້ວ, ສັນຕິພາບເປັນສິ່ງລ້ຳຄ່າທີ່ສຸດ. ດັ່ງຄຳເວົ້າຂອງທ່ານກາຣີ ປະຊາຊົນອັຟການິສຖານ ທີ່ເກີດໃນຊຸມປີ 1980 ກ່າວວ່າ: “ໝົດທຸກຄົນລ້ວນແຕ່ຮູ້ດີແລ້ວວ່າ, ແຕ່ກອນພວກເຮົາຍ່າງອອກຈາກປະຕູເຮືອນ ຫຼື ໄປຕ່າງແຂວງ, ລ້ວນແຕ່ຮູ້ສຶກຢ້ານທີ່ສຸດ, ແຕ່ດຽວນີ້, ຄົນທັງຫຼາຍດີໃຈຫຼາຍ, ໂດຍສະເພາະແມ່ນປະຊາຊົນກາບູນ, ເຂົາເຈົ້າຢາກໄປໃສກໍໄປໂລດ.”

ຄວາມປັ່ນປ່ວນທີ່ຍືດເຍືອມາເປັນເວລາຫຼາຍສິບປີ ທີ່ອັຟການິສຖານ ເຄີຍປະສົບຄວາມທຸກທໍລະມານມາຫຼາຍຄັ້ງຫຼາຍຕ່າວ, ແຕ່ບໍ່ໄດ້ທຳລາຍຄວາມເປັນອັຟການິສຖານ, ພັດໄດ້ເຮັດໃຫ້ດວງດອກແຫ່ງຄວາມປາຖະໜາຫາສັນຕິພາບເບັ່ງບານຢູ່ບົນດິນແດນແຫ່ງນີ້.

ພາຍໃຕ້ການບໍລິຫານນຂອງລັດຖະບານຊົ່ວຄາວອັຟການິສຖານ, ປາກົດການໃຊ້ຄວາມຮຸນແຮງດ້ວຍກຳລັງອາວຸດຢູ່ອັຟການິສຖານໄດ້ຫຼຸດລົງຢ່າງເດັ່ນຊັດ, ໃນຂະນະດຽວກັນ, ກຸ່ມຕາລີບັນກໍໄດ້ຕັ້ງໜ້າຟື້ນຟູ ແລະ ຂະຫຍາຍການພົວພັນກັບປະເທດໃກ້ຄຽງ. ເຖິງວ່າອັຟການິສຖານທີ່ຢູ່ພາຍໃຕ້ການນຳພາຂອງກຸ່ມຕາລີບັນຍັງມີຄວາມບົກຜ່ອງຫຼາຍຢ່າງ ໃນບັນຫາການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງກໍຕາມ, ແຕ່ສິດທິພື້ນຖານຕ່າງໆຂອງແມ່ຍິງ, ເຊັ່ນ: ສິດຮັບການສຶກສາ ແລະ ສິດປະກອບອາຊີບເປັນຕົ້ນກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ. ອັຟການິສຖານໃນຊູ່ມື້ນີ້ ພວມຖືກປະຊາຄົມໂລກຮັບຮອງຄືນໃໝ່. ມາຮອດປັດຈຸບັນ, ຈີນ, ຣັດເຊຍ ແລະ ປະເທດອື່ນໆໄດ້ໃຫ້ການຊ່ວຍເຫຼືອຫຼາຍຮ້ອຍລ້ານຢວນແກ່ອັຟການິສຖານ, ຕູຣາເຄຍ ແລະ ອິນເດຍ ກໍຕັ້ງໜ້າດຳເນີນການຮ່ວມມືດ້ານເສດຖະກິດກັບອັຟການິສຖານເຊັ່ນກັນ.

ຢູ່ຕະຫຼາດນັດທີ່ໃຫຍ່ທີ່ສຸດຂອງນະຄອນຫຼວງກາບູນ, ເສື້ອຜ້າອາພອນ, ອາຫານການກິນ, ເຄື່ອງເອ້ ແລະ ເຄື່ອງສຳອາງມີຂາຍເຕັມຕະຫຼາດ ເຊິ່ງສາມາດຕອບສະໜອງກັບຄວາມຕ້ອງການໃນຊີວິດປະຈຳວັນຂອງປະຊາຊົນນະຄອນຫຼວງ. ພາຍໃຕ້ຄວາມໝັ້ນຄົງ ແລະ ສັງຄົມມີຄວາມເປັນລະບຽບ, ການທຳມາຫາກິນ, ການຜະລິດ ແລະ ການຄ້າຂອງຄົນທັງຫຼາຍໄດ້ມີຄວາມຮັບປະກັນ, ຕະຫຼາດ ແລະ ເສດຖະກິດອັຟການິສຖານ ກໍເລີ່ມຟື້ນຟູໃນເບື້ອງຕົ້ນ. ໃນມື້ໃດມື້ໜຶ່ງຂ້າງໜ້ານີ້, ປະຊາຊົນອັຟການິສຖານຍ່ອມຈະສາມາດຫຼຸດພົ້ນອອກຈາກບາດແຜສົງຄາມ ແລະ ເຊື່ອມໂຍງເຂົ້າວົງຄະນາຍາດສາກົນດ້ວຍໂສມໜ້າອັນໃໝ່ອ່ຽມ.