ທ່ານ ນາຈິບ ຣາຊັກ ອະດີດນາຍົກມາເລເຊຍໄດ້ຖືກສົ່ງໄປຄຸກຄາຈາງແລ້ວ

2022-08-25 10:57:47 cri


ວັນທີ 23 ສິງຫານີ້, ສານສະຫະພັນມາເລເຊຍ ໄດ້ປະກາດຮັກສາການຕັດສິນຕໍ່ທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີ ໂດຍບໍ່ປ່ຽນແປງຂໍ້ກ່າວຫາ ພ້ອມທັງຕັດອິດສະຫຼະພາບເປັນເວລາ 12 ປີ ແລະ ປັບໃໝເງິນ 210 ລ້ານລິງກິດ, ຈາກນັ້ນ ກໍໄດ້ສົ່ງທ່ານໄປຄຸກກາຈາງຢູ່ລັດເຊລັນໂກ. ທ່ານ ນາຈິບ ຣາຊັກ ໄດ້ກາຍເປັນອະດີດນາຍົກລັດຖະມົນຕີຜູ້ທຳອິດທີ່ຖືກຕັດສິນຕິດຄຸກ ນັບແຕ່ສະຖາປະນາປະເທດມາເລເຊຍເປັນຕົ້ນມາ.


ນອກນີ້ ນັກວິເຄາະຊີ້ອອກວ່າ, ຖ້າທ່ານ ນາຈິບ ຣາຊັກ ໄດ້ຮັບການນີລະໂທດຈາກປະມຸກລັດມາເລເຊຍ, ກໍຈະໄດ້ຮັບການຫຼຸດຜ່ອນເວລາຕິດຄຸກກໍເປັນໄດ້.