ທ່ານສີຈິ້ນຜິງແລະທ່ານຢູນຊົກໂຢ ປະທານາທິບໍດີສ.ເກົາຫຼີສົ່ງສານອວຍພອນເຊິ່ງກັນແລະກັນໃນໂອກາດການສ້າງຕັ້ງສາຍພົວພັນທາງການທູດຈີນ-ສ.ເກົາຫຼີຄົບຮອບ30ປີ

2022-08-25 11:22:25 cri

   ວັນທີ24ສິງຫານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ຢູນຊົກໂຢ ປະທານາທິບໍດີສ.ເກົາຫຼີໄດ້ສົ່ງສານອວຍພອນເຊິ່ງກັນແລະກັນ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ສ.ເກົາຫຼີຄົບຮອບ30ປີ.

   ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງຊີ້ອອກວ່າ: ນັບຕັ້ງແຕ່ຈີນ-ສ.ເກົາຫຼີສ້າງສາຍພົວພັນທາງການທູດເປັນເວລາ30ປີມານີ້,ພາຍໃຕ້ຄວາມພະຍາຍາມຮ່ວມຂອງທັງສອງຝ່າຍ,ການພົວພັນຈີນ-ສ.ເກົາຫຼີໄດ້ຂະຫຍາຍຕົວຢ່າງຮອບດ້ານຕາມກະແສຂອງຍຸກສະໄໝ ເຊິ່ງໄດ້ຮັບໝາກຜົນອັນອຸດົມສົມບູນ,ໄດ້ສ້າງຄວາມຜາສຸກຢ່າງຫຼວງຫຼາຍໃຫ້ແກ່ສອງປະເທດແລະປະຊາຊົນສອງຊາດ,ທັງໄດ້ປະກອບສ່ວນທີ່ສຳຄັນຕໍ່ສັນຕິພາບແລະການພັດທະນາຂອງພາກພື້ນ ກໍຄືຂອງໂລກ.

   ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸຕື່ມວ່າ: ຈີນໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຂະຫຍາຍການພົວພົນຈີນ-ສ.ເກົາຫຼີ,ຍິນດີຮ່ວມກັບທ່ານປະທານາທິບໍດີຢູນຊົກໂຢເພີ່ມທະວີການແລກປ່ຽນດ້ານຍຸດທະສາດ,ຊຸກຍູ້ໃຫ້ຈີນແລະສ.ເກົາຫຼີທັງສອງຝ່າຍຖືການສ້າງຕັ້ງສາຍພົວພັນທາງການທູດຈີນ-ສ.ເກົາຫຼີຄົບຮອບ30ປີນີ້ເປັນຈຸດເລີ່ມຕົ້ນໃໝ່,ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າແຫ່ງການພົວພັນລະຫວ່າງສອງປະເທດ, ສ້າງຄວາມຜາສຸກໃຫ້ແກ່ສອງປະເທດແລະປະຊາຊົນສອງຊາດຫຼາຍກວ່າເກົ່າ.