ທ່ານປະວິດ ວົງສຸວັນ ຮອງນາຍົກໄທເປັນຜູ້ຮັກສາການແທນນາຍົກລັດຖະມົນຕີ

2022-08-25 11:34:42 CRI


ຕອນເຊົ້າວັນທີ 24 ສິງຫານີ້, ສານລັດຖະທຳມະນູນຂອງໄທໄດ້ຕັດສິນໃຫ້ທ່ານປະຍຸດ ຈັນໂອຊາຍຸດຕິການດຳລົງຕຳແໜ່ງນາຍົກລັດຖະມົນຕີໄທເປັນການຊົ່ວຄາວ ຈົນສານຈະດຳເນີນການຕັດສິນຄຳຮ້ອງຂອງຝ່າຍຄ້ານລັດຖະບານໄທກໍລະນີນາຍົກລັດຖະມົນຕີດຳລົງຕຳແໜ່ງຄົບ 8 ປີເຊິ່ງຂັດກັບລັດຖະທຳມະນູນສຳເລັດໃນທີ່ສຸດ.


     ຍ້ອນວ່າກ່ອນໜ້ານີ້, ຄະນະລັດຖະບານໄທຕົກລົງໃຫ້ທ່ານປະວິດ ວົງສຸວັນເປັນຜູ້ທີໜຶ່ງຈະເຂົ້າຮັບຕຳແໜ່ຜູ້ຮັກສາການແທນນາຍົກລັດຖະມົນຕີ, ສະນັ້ນ, ຫຼັງຈາກສານລັດຖະທຳມະນູນອອກຄຳຕັດສິນດັ່ງກ່າວແລ້ວ, ທ່ານປະວິດ ວົງສຸວັນຈິ່ງກາຍເປັນຜູ້ຮັກສາການແທນນາຍົກລັດຖະມົນຕີໄທ.ແຕ່ ທ່ານປະຍຸດ ຈັນໂອຊາຍັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທຕໍ່ໄປ.