ມຽນມາຮຽກຮ້ອງໃຫ້ພັກການເມືອງຕ່າງໆຕ້ອງໄດ້ຮັບອະນຸມັດກ່ອນການພົບປະກັບອົງການຈັດຕັ້ງ ແລະ ບຸກຄົນຂອງຕ່າງປະເທດ

2022-08-25 10:56:32 cri

ຫວ່າງມໍ່ໆມານີ້, ຄະນະກຳມະການເລືອກຕັ້ງສະຫະພາບມຽນມາໄດ້ອອກຖະແຫຼງການ ໂດຍລະບຸວ່າ: ອະນຸຍາດໃຫ້ພັກການເມືອງຕ່າງໆພົບປະກັບອົງການຈັດຕັ້ງ ແລະ ບຸກຄົນຂອງຕ່າງປະເທດ, ແຕ່ຕ້ອງໄດ້ສະເໜີຄຳຮ້ອງໄປຫາຄະນະກຳມະການເລືອກຕັ້ງກ່ອນ ແລະຕ້ອງໄດ້ຮັບອະນຸມັດ. ຖະແຫຼງການດັ່ງກ່າວຍັງຮຽກຮ້ອງວ່າ: ຫວັງວ່າອົງການຈັດຕັ້ງຂອງປະເທດທີ່ຈະພົບປະກັບພັກການເມືອງມຽນມານັ້ນ ຄວນຕິດຕໍ່ພົວພັນກັບສະຖານທູດຂອງປະເທດຕົນປະຈຳມຽນມາ ພ້ອມທັງສົ່ງຂ່າວຢືນຢັນໃຫ້ກັບກະຊວງການຕ່າງປະເທດມຽນມາ ໂດຍຜ່ານສະຖານທູດ, ສ່ວນຄະນະກຳມະການເລືອກຕັ້ງມຽນມາຈະນຳໃຊ້ມາດຕະການອັນເໝາະສົມ ພາຍຫຼັງກວດກາຄຳຕອບຂອງກະຊວງການຕ່າງປະເທດ.

ວັນທີ 11 ສິງຫານີ້, ຄະນະກຳມະການເລືອກຕັ້ງມຽນມາເຄີຍສົ່ງຈົດໝາຍໄປຍັງພັກການເມືອງຕ່າງໆ ກ່ຽວກັບການອອກຂໍ້ກຳນົດເພື່ອຈຳກັດການພົບປະກັບອົງການຈັດຕັ້ງ ແລະ ບຸກຄົນຂອງຕ່າງປະເທດ, ແຕ່ຜູ້ນຳຂອງຫຼາຍພັກການເມືອງໄດ້ສະແດງຄວາມຄັດຄ້ານຕໍ່ເລື່ອງນີ້.