ຄະນະຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດອອກຖະແຫຼງການກ່າວປະນາມຢ່າງຮຸນແຮງຕໍ່ບາງປະເທດແຊກແຊງວຽກງານພາຍໃນຂອງຈີນກ່ຽວກັບບັນຫາໄຕ້ຫວັນ

2022-08-25 11:18:01 CRI

 

ວັນທີ 23 ສິງຫານີ້, ຄະນະຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ອອກຖະແຫຼງການ ເພື່ອທັກທ້ວງຢ່າງເຄັ່ງຂຶມຕໍ່ຜູ້ຕາງໜ້າຖາວອນຂອງເບລີສ ແລະ ປະເທດອື່ນໆອອກອັນທີ່ວ່າ “ຖະແຫຼງການຮ່ວມ” ຕໍ່ສະຖານະການຢູ່ຊ່ອງແຄບໄຕ້ຫວັນ ແລະ ໄດ້ປ່ອຍຖ້ອຍຄວາມທີ່ຜິດພາດໃນມື້ດຽວກັນ.


   ຖະແຫຼງການຂອງຄະນະຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດລະບຸວ່າ:ຜູ້ຕາງໜ້າຖາວອນຂອງປະເທດຈຳນວນໜ້ອຍທີ່ສຸດ ເຊັ່ນ: ເບລີສ, ສວາຊີແລນ, ກົວເຕມາລາ ແຊັງແວັງເຊັງແລະເກຣີນາດິສເປັນຕົ້ນໄດ້ອອກຖະແຫຼງການຕໍ່ບັນຫາໄຕ້ຫວັນ ແລະ ສະຖານະການໄຕ້ຫວັນໃນວັນທີ 23 ສິງຫານີ້, ບໍ່ຈຳແນກຄວາມຖືກຄວາມຜິດ, ຕິຕຽນມາດຕະການອັນຖືກຕ້ອງທີ່ຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແຫ່ງລັດຂອງຈີນຢ່າງໄຮ້ເຫດຜົນ, ໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ. ຕໍ່ກັບເລື່ອງນີ້, ຈີນເດັດດ່ຽວຄັດຄ້ານ ແລະ ກ່າວປະນາມຢ່າງຮຸນແຮງ.