ການປົກປັກຮັກສາຊັບພະຍາກອນນ້ຳຕ້ອງການຄວາມພະຍາຍາມຮ່ວມຈາກບັນດາປະເທດຕ່າງໆໃນໂລກ

2022-08-26 10:07:27 cri

ວັນທີ 23 ສິງຫານີ້, ເວທີປຶກສາຫາລື “ສັບປະດານ້ຳໂລກ” ປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງສະຕັອກໂຮມ ປະເທດຊູແອັດ. ນັກວິທະຍາສາດ, ນັກທຸລະກິດ, ນັກການເມືອງຂອງປະເທດຕ່າງໆ ແລະຜູ້ຊ່ຽວຊານຈາກອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມເວທີປຶກສາຫາລືດັ່ງກ່າວ, ຮ່ວມກັນປຶກສາຫາລືບັນຫາ ແລະສິ່ງທ້າທາຍທີ່ກ່ຽວຂ້ອງກັບຊັບພະຍາກອນນ້ຳໃນໂລກ ພ້ອມທັງວາງແຜນແກ້ໄຂບັນຫາດັ່ງກ່າວ.


ຊັບພະຍາກອນນ້ຳເປັນຊັບພະຍາກອນທີ່ສຳຄັນ ທີ່ມວນມະນຸດຂາດບໍ່ໄດ້ ໃນການຄົງຕົວ ແລະການພັດທະນາ. ແຕ່ໃນຫຼາຍປີມໍ່ໆມານີ້, ການໝູນວຽນແບບທຳມະຊາດຂອງຊັບພະຍາກອນນ້ຳໄດ້ຖືກທຳລາຍຢ່າງຮ້າຍແຮງ ຍ້ອນການກະທຳຂອງມວນມະນຸດ.

ໃນເດືອນກໍລະກົດປີ 2022 ນີ້, ມີຫຼາຍປະເທດໃນໂລກໄດ້ລາຍງານມີອາກາດຮ້ອນແບບຜິດປົກກະຕິທີ່ມີອຸນຫະພູມສູງກວ່າ 40 ອົງສາ. ຢູ່ເອີຣົບໄດ້ເກີດໄພແຫ້ງແລ້ງ ເຊິ່ງໄດ້ເຮັດໃຫ້ປະຊາຊົນຢູ່ອັງກິດປະມານ 20.500.000 ຄົນບໍ່ມີນ້ຳໃຊ້ທີ່ພຽງພໍ, ຢູ່ຝຣັ່ງມີ 88 ແຂວງໄດ້ຈຳກັດປະລິມານການໃຊ້ນ້ຳ, ສ່ວນຢູ່ແອສປາຍ, ເມືອງເກົ່າທີ່ຖືກນ້ຳຖ້ວມຍ້ອນການສ້າງອ່າງເກັບນ້ຳໃນຊຸມປີ 1960 ນັ້ນ ປັດຈຸບັນກໍໄດ້ປາກົດອອກມາແລ້ວ. ຢູ່ອາເມຣິກາ, ຫຼາຍກວ່າເຄິ່ງໜຶ່ງຂອງເຂດແຄວ້ນທົ່ວປະເທດໄດ້ຕົກຢູ່ໃນສະພາບແຫ້ງແລ້ງ; ຍິ່ງໄປກວ່ານັ້ນ, ຢູ່ການາດາ ທີ່ມີຊັບພະຍາກອນນ້ຳຈືດກວມປະມານ 20% ຂອງນ້ຳຈືດທົ່ວໂລກ, ພາກເໜືອຂອງປະເທດນີ້ກໍໄດ້ປະກາດເຂົ້າສູ່ພາວະສຸກເສີນຍ້ອນໄພແຫ້ງແລ້ງ ແລະການຂາດເຂີນຊັບພະຍາກອນນ້ຳ.

ທ່ານໂວໂລດີເມຍ ໂອດິນໂຊໂວ ຜູ້ຊ່ຽວຊານຣັດເຊຍກ່າວວ່າ: ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍກັບອູແກຣນໃນເດືອນກຸມພາປີນີ້ເປັນຕົ້ນມາ, ເພື່ອປະຕິບັດຕາມຄຳສັ່ງລົງໂທດຣັດເຊຍຈາກອາເມຣິກາ, ປະເທດຕາເວັນຕົກໄດ້ຫຼຸດການນຳເຂົ້າແກັສທຳມະຊາດຈາກຣັດເຊຍ, ປະລະການປະຕິບັດນະໂຍບາຍປົກປັກຮັກສາດິນຟ້າອາກາດ ແລະຫັນມານຳໃຊ້ຖ່ານຫີນຜະລິດໄຟຟ້າຄືນໃໝ່ ພ້ອມທັງດັດແກ້ຄຳສັ່ງຫ້າມນຳໃຊ້ເຕັກນິກຂຸດຄົ້ນແກັສທຳມະຊາດໃນຊັ້ນຫີນດານ. ນະໂຍບາຍຕ່າງໆຂອງປະເທດຕາເວັນຕົກ ໄດ້ເຮັດໃຫ້ຊີວະພາບທົ່ວໂລກເກືອບພັງທະລາຍ, ອຸນຫະພູມໂລກສືບຕໍ່ເພີ່ມສູງຂຶ້ນ ແລະປະເຊີນໜ້າກັບວິກິດການດ້ານດິນຟ້າອາກາດ.

ແຕ່ໃນຫຼາຍປີມານີ້, ຢູ່ໃນໂລກຍັງມີປະເທດຈຳນວນໜຶ່ງ ໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະ ເພື່ອປົກປັກຮັກສາຊັບພະຍາກອນນ້ຳ, ຍົກຕົວຢ່າງຄື: ປະເທດຈີນໄດ້ຍຶດໝັ້ນການພັດທະນາຕາມທິດທາງສີຂຽວ ແລະໄດ້ຮັບຜົນສຳເລັດທີ່ດີໃນການຊຸກຍູ້ການປັບປຸງ ແລະປົກປັກຮັກສາຊັບພະຍາກອນນ້ຳ ໂດຍຜ່ານມາດຕະການຕ່າງໆ ເຊັ່ນ: ເພີ່ມເນື້ອທີ່ປ່າໄມ້ເພື່ອຮັກສາແຫຼ່ງນ້ຳ, ໂຄງການຂົນສົ່ງນ້ຳຈາກພາກໃຕ້ໄປສູ່ພາກເໜືອ, ພັດທະນາເຕັກນິກທີ່ເຮັດໃຫ້ນ້ຳທະເລກາຍເປັນນ້ຳຈືດ ແລະອື່ນໆ. ປະເທດສິງກະໂປໄດ້ໃຊ້ເວລາ 20 ປີ ໃນການປະດິດສ້າງລະບົບໝູນວຽນ ທີ່ມີທັງການເກັບນ້ຳ ແລະການໃຊ້ນ້ຳ ເຊິ່ງໄດ້ຍົກສູງປະສິດທິພາບຂອງການນຳໃຊ້ຊັບພະຍາກອນນ້ຳ.


ມວນມະນຸດໃນໂລກນີ້ເປັນປະຊາຄົມຮ່ວມຊາຕາກຳ, ຄວາມພະຍາຍາມຂອງປະເທດຈຳນວນໜຶ່ງອາດຈະບໍ່ສາມາດປ່ຽນແປງສະພາບການທີ່ຊັບພະຍາກອນນ້ຳໃນທົ່ວໂລກນັບມື້ນັບຂາດເຂີນ. ສະນັ້ນ, ການປົກປັກຮັກສາຊັບພະຍາກອນນ້ຳທີ່ລ້ຳຄ່າ ຈຶ່ງຕ້ອງການຄວາມພະຍາຍາມຮ່ວມຈາກບັນດາປະເທດຕ່າງໆໃນໂລກ.