ປີນີ້ຢູ່ໃນທົ່ວໂລກ ມີຜູ້ເສຍຊີວິດ1ລ້ານຄົນຍ້ອນພະຍາດໂຄວິດ-19

2022-08-26 11:22:27 cri


ວັນທີ25ສິງຫານີ້ຕາມເວລາທ້ອງຖິ່ນ,ອົງການອະນາໄມໂລກຈັດກອງປະຊຸມຖະແຫຼງຂ່າວ, ທ່ານ ເຕໂດຣສ ອັດຮາໂນມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກ່າວວ່າ: ປີນີ້ຢູ່ໃນທົ່ວໂລກ ມີຜູ້ເສຍຊີວິດ1ລ້ານຄົນຍ້ອນພະຍາດໂຄວິດ-19. ບັນດາປະເທດຄວນເພີ່ມທະວີວຽກງານສັກວັກຊີນຕ້ານພະຍາດໂຄວິດ-19ໂດຍແນໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງ ຄື: ຜູ້ເຮັດວຽກງານອະນາໄມແລະຜູ້ເຖົ້າເປັນຕົ້ນ,ທັງພະຍາຍາມເຮັດໃຫ້ອັດຕາການສັກວັກຊີນຂອງທົ່ວໂລກກວມເຖິງ70%. ປັດຈຸບັນ ປະເທດທີ່ມີອັດຕາການສັກວັກຊີນຕ້ານໂຄວິດ-19ຕ່ຳຈຳນວນໜຶ່ງພວມໄດ້ຮັບຄວາມຄືບໜ້າ,ໂດຍສະເພາະແມ່ນຢູ່ອາຟຣີກາ,ແຕ່ປະຊາກອນ 1 ສ່ວນ 3 ຂອງທົ່ວໂລກຍັງບໍ່ໄດ້ສັກວັກຊີນຕ້ານໂຄວິດ-19ເທື່ອ.