ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງເວທີປຶກສາຫາລືການຮ່ວມມືຂອງສື່ມວນຊົນຈີນ-ອາຟຣິກກາຄັ້ງທີ 5

2022-08-26 11:05:57 cri

ວັນທີ 25 ສິງຫານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງເວທີປຶກສາຫາລືການຮ່ວມມືຂອງສື່ມວນຊົນຈີນ-ອາຟຣິກກາຄັ້ງທີ 5.

ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ໄດ້ລະບຸວ່າ: ຈີນ ແລະ ປະເທດໃນອາຟຣິກກາ ແມ່ນປະຊາຄົມຮ່ວມຊາຕາກຳທີ່ພົວພັນຢ່າງສະໜິດແໜ້ນ, ສື່ມວນຊົນຂອງຈີນ ແລະ ອາຟຣິກກາ ມີໜ້າທີ່ຮັບຜິດຊອບທີ່ສຳຄັນໃນການເພີ່ມຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື, ປົກປັກຮັກສາສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາຂອງທົ່ວໂລກເປັນຕົ້ນ. ນັບແຕ່ເວທີປຶກສາຫາລືການຮ່ວມມືຂອງສື່ມວນຊົນຈີນ-ອາຟຣິກກາສ້າງຕັ້ງຂຶ້ນເປັນເວລາ 10 ປີມານີ້, ໄດ້ສ້າງເວທີອັນສຳຄັນໃຫ້ສື່ມວນຊົນຈີນ ແລະ ອາຟຣິກກາ ເພື່ອເພີ່ມທະວີການສົນທະນາ ແລະ ການຮ່ວມມືກັນ, ທັງໄດ້ເສີມຂະຫຍາຍບົດບາດທີ່ດີເພື່ອຊຸກຍູ້ການຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳຈີນ-ອາຟຣິກກາ ແລະລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ ກັບ ອາຟຣິກກາ. ຫວັງວ່າ ສື່ມວນຊົນຂອງຈີນ ແລະ ອາຟຣິກກາ ຈະສືບຕໍ່ປະຕິບັດຕາມຈິດໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມື, ພະຍາຍາມເປັນຜູ້ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ, ເປັນຜູ້ເຝົ້າຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳ ແລະເປັນຜູ້ຊຸກຍູ້ການພັດທະນາທົ່ວໂລກ, ຮ່ວມກັນເລົ່າເລື່ອງລາວຂອງຈີນ ແລະ ອາຟຣິກກາໃນຍຸກໃໝ່ໃຫ້ດີ, ເຜີຍແຜ່ຄ່ານິຍົມຮ່ວມຂອງທົ່ວມວນມະນຸດ, ອຸທິດສະຕິປັນຍາ ແລະ ພະລັງແຮງເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ເວທີປຶກສາຫາລືການຮ່ວມມືຂອງສື່ມວນຊົນຈີນ-ອາຟຣິກກາຄັ້ງທີ 5 ໄດ້ຈັດຂຶ້ນຮ່ວມກັນໂດຍອົງການວິທະຍຸໂທລະພາບແຫ່ງຊາດຈີນ, ອົງການປົກຄອງນະຄອນຫຼວງປັກກິ່ງ ແລະ ສະຫະພັນວິທະຍຸອາຟຣິກກາ ຢູ່ນະຄອນຫຼວງປັກກິ່ງໃນວັນທີ 25 ສິງຫານີ້ ໂດຍມີຫົວຂໍ້ຫຼັກວ່າ “ວິໄສທັດໃໝ່, ການພັດທະນາໃໝ່ ແລະ ການຮ່ວມມືໃໝ່”.