ກອງປະຊຸມອະ​ນາ​ໄມແລະເສດຖະກິດລະດັບສູງຂອງອົງການຮ່ວມມືເສດຖະກິດອາຊີປາຊິຟິກຄັ້ງທີ12ຈັດຂຶ້ນຢູ່ບາງກອກຂອງໄທ

2022-08-26 11:24:24 cri


ລະຫວ່າງວັນທີ25ແລະ26ສິງຫານີ້, ກອງປະຊຸມອະນາໄມແລະເສດຖະກິດລະດັບສູງຂອງອົງການຮ່ວມມືເສດຖະກິດອາຊີປາຊິຟິກ ຫຼື ອາເປັກ ຄັ້ງທີ12ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງໄທ. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍກະຊວງສາທາລະນະສຸກໄທ ໂດຍມີລັດຖະມົນຕີກະຊວງສາທາລະນະສຸກແລະເຈົ້າໜ້າທີ່ລະດັບສູງອື່ນໆຂອງກຸ່ມເສດຖະກິດໃນອາເປັກໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຜ່ານທາງອອນລາຍແລະອອຟລາຍ.

ກອງປະຊຸມຄັ້ງນີ້ມີຫົວຂໍ້ສ່າ“ເປີດປະຕູ,ເຊື່ອມຈອດກັນແລະກ້ຳເກິ່ງກັນ”.

ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນບົດຮຽນກ່ຽວກັບການປົກປັກຮັກສາຄວາມກ້ຳເກິ່ງກັນລະຫວ່າງການຕ້ານພະຍາດໂຄວິດ-19ແລະການພັດທະນາເສດຖະກິດແນວໃດພາຍໃຕ້ສະພາບພະຍາດໂຄວິດ-19 ແຜ່ລະບາດ. ກອງເລຂາອົງການອາເປັກສະເໜີໃຫ້ຊຸກຍູ້ເສດຖະກິດຟື້ນຕົວຄືນພາຍໃຕ້ເງື່ອນໄຂຮັບປະກັນສຸຂະພາບ,ເຊິ່ງລວມທັງຊຸກຍູ້ຄວາມສະດວກດ້ານການຄ້າເພື່ອເຮັດໃຫ້ບັນດາປະເທດສາມາດໄດ້ຮັບວັກຊີນແລະອຸປະກອນການປິ່ນປົວ,ສ້າງຊ່ອງທາງສຸຂະພາບແລະຄວາມປອດໄພລະຫວ່າງປະເທດແລະເຂດແຄວ້ນເພື່ອບັນລຸການທ່ອງທ່ຽວຂ້າມຊາດ,ທັງຫຼຸດຜ່ອນຄວາມສ່ຽງທີ່ມີຕໍ່ເສດຖະກິດໃຫ້ລົງເຖິງຂັ້ນຕ່ຳສຸດ.