ຄວາມແຕກໂຕນກັນລະຫວ່າງຜູ່ຮັ່ງມີກັບຜູ້ທຸກຍາກເຮັດໃຫ້ການກະທຳຜິດກົດໝາຍກາຍເປັນສະພາບປົກກະຕິຢູ່ອາເມຣິກາ

2022-08-26 11:19:51 CRI


 


ຫວ່າງບໍ່ດົນມານີ້, ສື່ມວນຊົນອາເມຣິກາລາຍງານວ່າ, ໃນຕອນຂ້ອນແຈ້ງຂອງວັນທີ 16 ສິງຫານີ້, ມີຫຼາຍສິບຄົນໄດ້ປຸ້ນສະດົມຮ້ານຂາຍເຄື່ອງແຫ່ງໜຶ່ງຢູ່ນະຄອນລັອສແອງເຈີລິສ. ໜັງສືພິມນິວຢອກທາມ ລາຍງານວ່າ, ໃນນັ້ນຜູ້ກໍ່ເຫດຫຼາຍຄົນບໍ່ໄດ້ປິດໜ້າຂອງຕົນເລີຍ.

 

ນິວຢອກທາມສຍັງວິເຄາະວ່າ: ຄວາມແຕກໂຕນກັນລະຫວ່າງຜູ້ຮັ່ງມີກັບຜູ້ທຸກຍາກນັບມື້ນັບໜັກໜ່ວງຂຶ້ນຢູ່ອາເມຮິກາພວມເຮັດໃຫ້ການກະທຳຜິດກົດໝາຍກາຍເປັນສະພາບປົກກະຕິ. ອີງຕາມບົດລາຍງານສະບັບຫຼ້າສຸດຂອງ “ຄະນະກຳມະການຕຸລາການທາງອາຍາ” ຂອງອາເມຣິກາສະແດງໃຫ້ເຫັນວ່າ, ໃນ 29 ຕົວເມືອງໃຫຍ່ຂອງອາເມຣິກາທີ່ໄດ້ດຳເນີນການສຳຫຼວດນັ້ນ, ການປຸ້ນສະດົມທີ່ເກີດຂຶ້ນໃນ 6 ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ການລັກເຄື່ອງໄດ້ເພີ່ມຂຶ້ນ 20%.