ອັດຕາວ່າງງານຂອງໄທໃນໄຕມາດທີ 2 ປີ 2022 ຫຼຸດຕ່ຳລົງສູ່ລະດັບຕ່ຳສຸດນັບແຕ່ເກີດ ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ

2022-08-26 15:59:43 CRI


ວັນທີ 26 ສິງຫາປີ 2022, ຄະນະກຳມະການພັດທະນາເສດຖະກິດສັງຄົມແຫ່ງຊາດໄທໄດ້ປະກາດຂໍ້ມູນເສດຖະກິດດ້ານຕ່າງໆໃນໄຕມາດທີ 2 ຂອງປີ 2022, ໂດຍສະແດງໃຫ້ເຫັນວ່າ, ອັດຕາວ່າງງານໃນໄຕມາດທີ 2 ຂອງໄທ ແມ່ນ 1,37%. ເຖິງວ່າຍັງມີ 550.000 ຄົນວ່າງງານ, ແຕ່ເປັນລະດັບຕ່ຳສຸດນັບແຕ່ເກີດ ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.

 

ສາເຫດທີ່ເຮັດໃຫ້ອັດຕາວ່າງງານຫຼຸດຕ່ຳລົງໃນໄຕມາດທີ 2 ປີ 2022 ຍ້ອນປະເທດໄທໄດ້ໂຍະຍານມາດຕະການຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ແລະຟື້ນຟູຂະແໜງການທ່ອງທ່ຽວເທື່ອລະກ້າວໃນຫວ່າງມໍ່ໆມານີ້. ລັດຖະບານໄທຫວັງວ່າປີນີ້ຈະດຶງດູດນັກທ່ອງທ່ຽວຕ່າງປະເທດ ໄປທ່ຽວປະເທດໄທໄດ້ 10 ລ້ານຄົນ.