ໄພນ້ຳຖ້ວມເຮັດໃຫ້ຊາວປາກິສະຖານ 30 ລ້ານຄົນບໍ່ມີບ່ອນຢູ່ອາໄສ ປາກິສະຖານປະກາດເຂົ້າສູ່ພາວະສຸກເສີນ

2022-08-26 15:52:22 CRI

 

    ວັນທີ 26 ສິງຫາ 2022 ນີ້, ອີງຕາມຂໍ້ມູນຈາກອົງການໄພທຳມະຊາດແຫ່ງຊາດປາກິສະຖານໃຫ້ຮູ້ວ່າ, ນັບແຕ່ກາງເດືອນມິຖຸນາປີ 2022 ເປັນຕົ້ນມາ, ເນື່ອງຈາກຝົນຕົກໜັກ ເຮັດໃຫ້ເກີດໄພນ້ຳຖ້ວມ, ຈຳນວນຜູ້ເສຍຊີວິດຢູ່ແຫ່ງຕ່າງໆຂອງປາກິສະຖານເພີ່ມຂຶ້ນເປັນ 937 ຄົນ, ແລະບໍ່ມີບ່ອນຢູ່ອາໄສ 30 ລ້ານຄົນເສຍ. ວັນທີ 25 ສິງຫານີ້, ລັດຖະບານປາກິສະຖານໄດ້ປະກາດເຂົ້າສູ່ພາວະສຸກເສີນ.