ໃຫ້ປະຊາກອນຊົນນະບົດທັງໝົດໄດ້ມີນ້ຳດື່ມທີ່ສະອາດ

2022-08-26 19:59:48 CRI

ພາຍໃນເວລາ 10 ປີ, ຢູ່ດິນແດນທີ່ເຄີຍແຫ້ງແລ້ງແລະບໍ່ຄ່ອຍເໝາະສົມແກ່ການປູກຝັງ ໄດ້ສ້າງໂຮງນ້ຳປະປາ ແລະ ອ່າງເກັບນ້ຳຂຶ້ນຢ່າງຫຼວງຫຼາຍ, ທໍ່ສົ່ງນ້ຳສະຫຼັບສັບຊ້ອນກັນ, ເຮັດໃຫ້ຮູບການນຳໃຊ້ນ້ຳຢູ່ຊົນນະບົດເກີດມີການປ່ຽນແປງຄັ້ງປະຫວັດສາດ, ບັນຫາຄວາມປອດໄພດ້ານນ້ຳດື່ມຂອງຜູ້ທຸກຍາກຢູ່ຈີນໄດ້ຮັບການແກ້ໄຂຢ່າງຮອບດ້ານ. ທຸກມື້ນີ້, ອັດຕານ້ຳປະປາເຂົ້າເຖິງຊົນນະບົດຂອງຈີນກວມເຖິງ 84%, ໃນຂະນະດຽວກັນທໍ່ສົ່ງນ້ຳດື່ມທີ່ສະອາດໃຫ້ແກ່ຊາວກະສິກອນຫຼາຍຮ້ອຍລ້ານຄົນນັ້ນ,  ຍິ່ງໄດ້ເພີ່ມແຮງຂັບເຄື່ອນໃຫ້ແກ່ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.