ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ120ສິ້ນສຸດລົງຢ່າງສຳເລັດຜົນ

2022-08-26 16:24:18 cri


    ໃນເວລາ9ໂມງຂອງວັນທີ26ສິງຫານີ້,ເຮືອບັງຄັບໃຊ້ກົດໝາຍຂອງຈີນ3ລຳທີ່ເຂົ້າຮ່ວມ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ120ໄດ້ຈອດຢູ່ທ່າກຳປັ່ນກ່ວນເຫຼີຍກິ່ງແຂວງສິບສອງພັ່ນນາຂອງຈີນ,ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຄັ້ງນີ້ໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍ.

    ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ສົ່ງກຳປັ່ນລວມ 5 ລຳເຂົ້າຮ່ວມ ການເຄື່ອນໄຫວຄັ້ງນີ້,ໃຊ້ເວລາ 4 ວັນ 3 ຄືນ, ໄລຍະເດີນທາງລວມ600ກວ່າກິໂລແມັດ.

    ໃນການເຄື່ອນໄຫວຄັ້ງນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງຈີນ ລາວ ມຽນມາ-ໄທລ້ວນແຕ່ໄດ້ເພີ່ມທະວີການໂຈມຕີອາຊະຍາກຳປະເພດຕ່າງໆໃນເຂດຕາມລຳແມ່ນ້ຳຂອງ. ນັບແຕ່ເດືອນສິງຫານີ້ເປັນຕົ້ນມາ, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳຂອງລວມ33ຄະດີ,ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ, ເຊິ່ງໄດ້ໂຈມຕີອາຊະຍາກຳດ້ານຢາເສບຕິດພາຍໃນເຂດລ້ອງແມ່ນ້ຳຂອງຢ່າງມີປະສິດທິຜົນ, ເຮັດໃຫ້ຜູ້ກໍ່ອາຊະຍາກຳດ້ວຍປືນແລະລູກລະເບີດພາຍໃນເຂດລ້ອງແມ່ນ້ຳຂອງມີຄວາມສະທ້ານຢ້ານກົວ.